ຕາມຂ່າວcri:ວັນທີ5 ມີນາ,ຢູ່ປັກກິ່ງ,ທ່ານເວິ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນກ່າວວ່າ,ເພື່ອແກ້ໄຂບັນຫາເງິນເດືອນຂອງຊາວກະສິກອນທີ່ເຮັດວຽກໃນຕົວເມືອງຕ່ຳໂພດ,ແຕ່ປີນີ້ເປັນຕົ້ນມາ,ທ້ອງຖິ່ນຕ່າງໆຕ້ອງສັບຊ້ອນຢ່າງສົມເຫດສົມຜົນແລະປະຕິບັດລະບອບເງິນເດືອນຕ່ຳ ສຸດຢ່າງເຄັ່ງຄັດ,ວາງອອກແລະປະຕິບັດມາດຖານຄ່າແຮງງານຕໍ່ຊົ່ວໂມງທີ່ຕ່ຳສຸດ.
ທ່ານເວິ່ນເຈ່ຍປາຍໃຫ້ທັດສະນະດັ່ງກ່າວໃນເວລາລາຍງານວຽກງານລັດຖະບານໃນກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຫ່ງຊາດຈີນ ເຊິ່ງແມ່ນອົງການອຳນາດສູງສຸດແຫ່ງລັດຈີນທີ່ໄຂຂຶ້ນໃນມື້ດຽວກັນ.ທ່ານຍັງກ່າວວ່າ,ຕ້ອງສ້າງແລະບູລະນະກົດໝາຍແລະກົນໄກທີ່ກ່ຽວຂ້ອງ,ປ້ອງກັນບໍ່ໄຫ້ຕິດໜີ້ບໍ່ສົ່ງເງິນເດືອນຂອງທີ່ເຮັດວຽກໃນຕົວເມືອງຊາວກະສິກອນ.
|