ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-06 21:00:33    
ລະບຽງ​ຍາວ​ຂອງ​ວັງ​​ລະດູ​ຮ້ອນ​ຂອງຈີນປ່ຽນ​ດິນຂໍ​ເປັນຄັ້ງທຳ​ອິດ​ໃນ 50 ປີ​ມາ​ນີ້

cri Author: da
ຕາມ​ຂ່າວ​ໜັງສືພິມ​ຊິ່ນ​ຈີ່​ງປ້າວ:​ໂຄງການ​ສ້ອມ​ແປງ​ຫຼັງຄາ​ລະບຽງ​ຍາວວັງ​ ລະດູ​ຮ້ອນ​ຂອງຈີນ​ເລີ່​ມດຳ​ເນີນ​ໃນ​ວັນ​ທີ 5 ມີນາ,ບັນຫາ​ຫຼັງຄາ​ຮົ່ວ​ເສື່ອ​ມກັດ​ຮູບ​ແຕ້ມ​ສີ​ຂອງ​ລະບຽງ​ຍາວ​,​ຈະໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເໝາະສົມ.

ວັງ​​ລະດູ​ຮ້ອນ​​ແມ່ນ​ສວນ​ອຸທິຍານຫຼວງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ,ລະບຽງຍາວ​ເລີ່​ມສ້າງ​ຂຶ້ນ​ເມື່ອ​ປີ 1750,​ຖືກ​ກອງ​ທັບ​ພັນທະ​ມິດອັງກິດ​ຝຣັ່ງ​ຈູດ​ໄຟ​ເຜົາ​ເມື່ອ​ປີ 1860,​ປີ 1886 ​ໄດ້​ສ້າງ​ໃໝ່,ຍາວ​ທັງໝົດ 719,5 ​ແມັດ,ລວມ 273 ຫ້ອງ,​ແມ່ນ​ລະບຽງ​​ທີ່​ຍາວ​ກວ່າ​ໝູ່​ໃນ​ສວນ​ອຸທິຍານກະລາ​ຊິກ​ຂອງ​ຈີນ.

ການ​ສ້ອມແປງ​ຫຼັງຄາ​ເທື່ອ​ນີ້​ແມ່ນ​ການ​ສ້ອມ​​ແປງ​ຢ່າງ​ຂະໜາດ​ໃຫຍ່ເທື່ອ​ທຳ​ອິດ​ໃນ 50 ປີ​ມາ​ນີ້,ດິນຂໍ​​​ເກົ່າເທິງຫຼັງຄາຈະຮັກສາ​​ໄວ້ພຽງ​ແຕ່ 20%​ເທົ່າ​ນັ້ນ,ສ່ວນ​ເຫຼືອ​ນັ້ນຈະ​ຖືກ​ດິນຂໍ​ໃໝ່​ທີ່​ຜະລິດ​ດ້ວຍກຳມະ​ວິທີ​ດັ້ງ​ເດີມ​ນັ້ນ​ເຂົ້າ​ແທນ.ຜູ້​ຮັບຜິດຊອບ​ສວນອຸທິຍານນີ້​ກ່າວ​ວ່າ,​ໂຄງການ​ປ່ຽນ​ດິນຂໍ​ບໍ່ຫ່ອນ​ຈະກະທົບກະ​ເທືອ​ນ​ເຖິງ​ການທ່ຽວ​​ສວນ.