ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 18:04:04    
ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ຄັດ​ຄ້ານ​ການ​ເຄື່ອນ​ໄຫວ​ຕັດ​ແຍກ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ຢ່າງ​ແທ້​ຈິງ

cri Author: da

ຕາມ​ຂ່າວCRI:ວັນ​ທີ 7 ມີນາ ຢູ່​ທີ່​ປັກ​ກິ່ງ ທ່ານ​ຫຼີຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າ​ວວ່າ,ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ,​ໂຄລົບ​ປະກາດ​ແຈ້ງ​ການ​ຮ່ວມ​ສາມ​ສະບັບ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ,​ເຫັນ​ແຈ້ງ​ຄວາມ​ອັນຕະລາຍ​ຂອງ​ອິດ​ທິກຳລັງຕັດ​ແຍກ​ໄຕ້ຫວັນ​ເປັນ​ເອກະລາດ​ແລະ​ຄວາມ​ອັນຕະລາຍ​ການ​ເຄື່ອນ​ໄຫວ​​ຂອງມັນ,ຄັດຄ້ານ​ການ​ເຄື່ອນ​ໄຫວຕັດ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ​ຢ່າງ​​ແທ້​ຈິງ,ບໍ່​ສົ່ງ​ສັນຍານ​ຜິດພາດ​ໃດໆ​ໃຫ້​ອິດ​ທິກຳລັງຕັດ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ,ພ້ອມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ ​ແລະພາກສ່ວນ​ໃຫຍ່​ຂອງການ​ພົວພັວລະຫວ່າງ​ຈີນ​ກັບ​ອາ​ເມ​ລິກາ.


ທ່ານ​ຫຼີຈ້າວ​ຊິງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ງານ​ຊຸມນຸມ​ນັກ​ຂ່າວທີ່ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ4ສະ​ໄໝ​ທີ10ຈັດ​ຂຶ້ນ.ທ່ານ​ເວົ້າວ່າ, ບັນຫາ​ໄຕ້​ຫວັນ​ແມ່ນ​ປັດ​ໄຈ​ໃຫຍ່​ກວ່າ​ໝູ່ທີ່​ກະທົບກະ​ເທືອ​ນ​ເຖິງ​ການ​ພົວພັນ​ລະ ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ.ຝ່າຍ​ຈີນ​ຍິນ​ດີພ້ອມ​ກັນກັບ​ຝ່າຍ​ອາ​ເມ​ລິ​ກາ​ທຳ​ຄວາມ​ພະຍາ​ຍາ​ມ,​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ,​ເປີດ​ກວ້າງ​ຄວາມ​ເຫັນຄື​ກັນ,​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ພັດທະນາ​ການ​ຮ່ວມ​ມື​ກັນ,​ແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນ​ຢ່າງ​ເໝາະ​ສົມ,ຊຸກຍູ້​ການ​ພົວພັນ​ຈີນ​​ອາ​ເມ​ລິ​ກາ​​ໃຫ້ຂະຫຍາຍຕົວ​ຢ່າງ​ປອດ​ໄສ.