ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 20:54:03    
ທ່ານ​ຫຼີ​ຈ້າວ​ຊິງ​ເວົ້າ​ວ່າ,​ຫວັງ​ໃຫ້​ອາ​ເມ​ລິ​ກາ​ຢ່າ​ຖື​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ເປັນ​ຂໍ້​ອ້າງ ​ແລ້ວ​ຈຳ​ກັດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ

cri Author: da


ຕາມ​ຂ່າວCRI:ວັນ​ທີ 7 ມີນາ ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ທ່ານ​ຫຼີຈ້າວ​ຊິງ ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ຫວັງ​ໃຫ້​ຝ່າຍ​ອາ​ເມລິ​ກາຕັ້ງໜ້າ​ປະຕິບັດ​ຕໍ່​ຄວາມ​​ເອົາ​ໃຈ​ໃສ່​ຂອງ​ຝ່າຍ​ຈີນ,ຜ່ອນ​ຍານ​ການ​ຈຳກັດ​ການ​ສົ່ງອອກ​ເຕັກນິກ​​ໃຫ້ຈີນ,ພ້ອມ​ກັນ​ຊຸກຍູ້​​ໃຫ້ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຂະຫຍາຍຕົວ​ຢ່າງ​ປອດ​ໄສ.

ທ່ານ​ຫຼີຈ້າວຊິງ​ເວົ້າວ່າ,ຂຸມ​ງົບປະມານ​ຂອງ​ອາ​ເມ​ລິ​ກາ​ໃນ​ດ້ານ​ການ​ຄ້າ​ຕໍ່​ຈີນ ມີສາ​ເຫດ​ສັບສົນທີ່​ສຸດ,​ຕົວຢ່າງ​ຄືຝ່າຍ​ອາ​ເມ​ລິ​ກາ​ຖື​ບັນຫາ​ຕ່າງໆ​ເປັນ​ຂໍ້​ອ້າງ​ເຊັ່ນ:​ໃນ​ສະ​ເພາະ​ໜ້າ​ນີ້ ຈີນ​ປົກ​ປັກ​ຮັກສາ​ສິດ​ຊັບ​ສິນ​ທາງ​ປັນຍາ​ບໍ່​​ດີ ​ແລະ​ບໍ່​ໃຫ້​ຂາຍ​ສິນຄ້າ​ໃຊ້​ທາງ​ການ​ທະຫານ,​ແລ້ວປະຕິ​ເສດ​ຂາຍ​ສິນຄ້າ​ໄຮ​ເທັກ​ນອກຈາກຍົນ​ໂບອີງ​​ໃຫ້​ຈີນ.ທ່ານ​ກ່າວ​ເນັ້ນວ່າ,ຝ່າຍ​ຈີນ​ບໍ່​ແມ່ນ​ສະ​ແຫວ​ງຫາ​ການ​ໄດ້​ປຽບ​ດຸນ​ການ​ຄ້າ,ຝ່າຍ​ຈີນ​ຍິນ​ດີ​ສືບ​ຕໍ່​ໃຊ້​ມາດ​ຕະການ​ອັນຕັ້ງໜ້າ,​ແກ້​ໄຂ​ບັນຫາ​ການ​ຄ້າ​ບໍ່​ດຸນ​ດຽງ​ກັນ​​ເທື່ອ​ລະ​ກ້າວ.


ທ່ານ​ຫຼີຈ້າວ​ຊິງ​ຊີ້​ອອກ​ວ່າ,ລັດຖະບານ​ຈີນ​ໄດ້​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ​ສິດ​ຊັບ​ສິນ​ທາງ​ປັນຍາຈາກ​ດ້ານ​ນິຕິບັນຍັດ ຍຸດຕິ​ທຳ​ ການປະຕິບັດ​ກົດໝາຍແລະ​ການ​ສຶກ​ສາ​ເປັນຕົ້ນ.