ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-07 21:02:10    
ທ່ານ​ຫຼີ​ຈ້າວ​ຊີ່ງ​ກ່າວ​ວ່າ ​ການ​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​ອີ​ຣານ​ໃນ​ຂອບ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ຍັງ​ມີ​ຊ່ອງ​ຫວ່າງ​ຢູ່

cri

ຕາມ​ຂ່າວcri:ວັນ​ທີ7ມີນາ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຫຼີຈ້າວ​ຊີ່ງ ລັດຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ຈີນກ່າ​ວວ່າ,ການ​ແກ້​ໄຂ​ບັນຫາ​ນີວ​ເຄຼຍອີຣານ​ໃນ​ຂອບ​ອົງການ​ພະລັງ​ງານປະ​ລະ​ມານູ​ສາກົນ​ຍັງ​ມີ​ຊ່ອງ​ຫວ່າງ​ຢູ່,ປະຊາ​ຄົມ​​ໂລກ​ບໍ່ຄວນ​ປະລະ​​ພະຍາ​ຍາມ.ຝ່າຍ​ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງ​ສືບ​ຕໍ່ສຸມ​ກຳລັງ​ແກ້​ໄຂ​ບັນຫາ​ນີວ​ເຄຼຍອີ​ຣານ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ຕ່າງປະ​ເທດ.

ທ່ານຫຼີຈ້າວ​ຊີ່​ງ​ເວົ້າ​ວ່າ,ຝ່າຍ​ຈີນ​ສະໜັບ​ສະໜູນ​​ໃຫ້ຮັກ​ສາລະ​ບົບບໍ່​​ແຜ່​ຜາຍ​ນິວ​ເຄຼຍ,ຄັດຄ້ານການ​ແຜ່​ຜາຍ​ອາວຸດ​ນີວ​ເຄຼຍ.​ໃນ​ຖານ​ເປັນ​ປະ​ເທດ​ເຊັນ"ສັນຍາ​ບໍ່​ແຜ່​ຜາຍອາ​ວຸດ​ນີວ​ເຄຼຍ",ອີ​ຣານມີ​ສິດ​ນຳ​ໃຊ້​ພະລັງ​ງານ​ນີວ​ເຄຼຍ​ໂດຍ​ສັນຕິ,​ແລະ​ກໍ່ຕ້ອງ​ປະຕິບັດ​ຕາມ​ພັນທະ​ທີ່​ກ່ຽວ​ຂ້ອງ.ຝ່າຍ​ຈີນ​ຫວັງ​ໃຫ້​ອີຣານ​ຈົ່ງຮ່ວມ​ມື​ກັບ​ອົງ​ການ​ພະລັງ​ງານປະ​ລະມານູ​ສາກົນ​ຢ່າງ​ເຕັມທີ່,​ໃຊ້​ມາດ​ຕະການ​ທີ່​ມີ​ຜົນ​ດີ​ຕໍ່​ການເພິ່ມ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ກັນນັ້ນ​ໃຫ້ຫຼາຍ.