ຕາມຂ່າວcri:ວັນທີ7ມີນາ, ທ່ານຫູຈິນທາວ ປະທານປະເທດຈີນແລະຜູ້ນຳຈີນທ່ານອື່ນໆຕ່າງໄດ້ເຂົ້າຮ່ວມການພິຈາລະນາແລະການຫາລືເປັນຈຸສ່ວນໜຶ່ງຂອງກອງປະຊຸມສອງສະພາ ຄື,ສະພາປະຊາຊົນແຫ່ງຊາດຈີນກັບສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ.
ທ່ານຫູຈີນທາວໄດ້ເຂົ້າຮ່ວມການພິຈາລະນາຂອງຈຸດຕ່າງໆຂອງວົງການກະສິກຳຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ.ທ່ານກ່າວເນັ້ນວ່າ,ຕ້ອງອອກແຮງຊຸກຍູ້ການກໍ່ສ້າງຊົນນະບົດໃໝ່ສັງຄົມນິຍົມ,ເພິ່ມຄວາມແຮງສະໜັບສະໜູນໃຫ້ຊາວກະສິກອນມີລາຍໄດ້ເພິ່ມຂຶ້ນ,ຊຸກຍູ້ອຸດສາຫະກຳໃນຊົນນະບົດພັດທະນາຢ່າງຮອບດ້ານແລະກົມກຽວກັນ.
ໃນເວລາເຂົ້າຮ່ວມການພິຈາລະນາຂອງສອງຄະນະຜູ້ແທນຄືຮົງກົງແລະມາກາວ,ທ່ານອູປາງກົວ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນກ່າວລື້ມວ່າ,ລັດຖະບານສູນກາງສະໜັບສະໜູນເຂດພິເສດຮົງກົງອີງຕາມຂໍ້ກຳນົດທີ່ກ່ຽວຂ້ອງຂອງກົດໝາຍພື້ນຖານຢ່າງໜັ້ນໜຽວບໍ່ປ່ຽນແປງ,ຊຸກຍູ້ລະບອບການເມືອງພັດທະນາຢ່າງຄ່ອຍເປັນຄ່ອຍໄປ.
ໃນເວລາເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນ,ນາຍົກ ທ່ານເວີນເຈຍປາວ ນາຍົກສັດຖະມົນຕີຈີນກ່າວເນັ້ນວ່າ,ຕ້ອງລະດົມຄວາມຫ້າວຫັນແລະການປະດິດສ້າງຂອງບັນດາຝ່າຍ,ໜຶ່ງແມ່ນ,ຕ້ອງສ້າງສະພາບແວດລ້ອມການພັດທະນາທີ່ສະເໝີພາບ,ທ່ຽງທຳແລະໂປ່ງໃສໃຫ້ວິສາຫະກິດທັງໝົດ,ສອງແມ່ນ,ຕ້ອງສືບຕໍ່ຊຸກຍູ້ການກໍ່ສ້າງປະຊາທິປະໄຕແລະການເມືອງ,ສາມແມ່ນ,ຕ້ອງວາງແຜນເປັນເອກະພາບ,ປະສານງານກັນລະຫວ່າງຕົວເມືອງກັບຊົນນະບົດ.
ໃນເວລາເຂົ້າຮ່ວມການພິຈາລະນາຂອງສະພາປຶກສາການເມືອງ,ທ່ານຈາຊີ້ງລີນ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນກ່າວວ່າ,ຕ້ອງສືບຕໍ່ສົ່ງເສີມແລະສະໜັບສະໜູນວິສາຫະກິດບໍ່ແມ່ນລະບອບກຳມະສິດສ່ວນລວມເຂົ້າສູ່ຂົງເຂດການບໍລິການການເງິນ,ການກໍ່ສ້າງພື້ນຖານໂຄງລ່າງ,ບູລະນະ ນະໂຍບາຍໃນດ້ານການເງິນ,ພາສີອາກອນແລະການປະດິດສ້າງດ້ານວິທະຍາສາດເຕັກໂນໂລຢີເປັນຕົ້ນໃຫ້ສົມບູນຂຶ້ນ,ຊຸກຍູ້ເສດຖະກິດບໍ່ແມ່ນລະບອບກຳມະສິດສ່ວນລວມພັດທະນາຢ່າງປອດໃສ.
|