ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-10 15:49:37    
ກຳ​ມະ​ການ​ສະ​ພາ​ເປິກ​ສາ​ການ​ເມືອງ​ຈີນ​ກ່າວ​ວ່າ ​ເດັດ​ຂາດ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ"​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ" ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນຢ່າງ​ປອດ​ໃສ

cri

ຕາມ​ຂ່າວcri:ວັນ​ທີ10 ມີນາ,ຢູ່​ທີ​ປັກ​ກິ່ງ,ກຳມະການ​ສະພາ​ເປິກສາ​ການ​ເມືອງ​​ແຫ່ງ​ຊາດ​ຈີນທີ່​ເຂົ້າ​ຮ່ວມກອງ​ປະຊຸມປະຈຳ​ປີ​ສະພາ​ເປິ​ກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ກ່າວວ່າ,ຈະ​ເດັດ​ຂາດ​ຄັດຄ້ານ​ແລະສະກັດ​ກັ້ນການ​ເຄື່ອນ​ໄຫວ​ແບ່ງ​ແຍ​ກ"​ໄຕ້​ຫວັນ​ເປັນ​ເອກະລາດ",ຊຸກ​ຍູ້​ການ​ພັດທະນາການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນຢ່າງ​ປອດ​ໃສ.

 ມື້​ດຽວ​ກັນ,ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ເປີກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ໄຂ​ການປະຊຸມ​ຄົບ​ຄະນະ​ຢູ່​ປັກ​ກິ່ງ,ບັນດາ​ກຳມະການ​ປະກອບ​ຄຳ​ເຫັນ​ໂດຍ​ຊີ້​ອອກ​ວ່າ,​​​ເຊັນ​ສຸຍ​ປຽນ ຜູ້ນຳ​​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ສະ​ແຫວ​ງຫາ​ການ​ແຍກ"​ໄຕ້​ຫວັນ​ເປັນ​ເອກະລາດ​ດ້ວຍກົດໝາຍ",ທຳລາຍ​ທ່ວງທ່າ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ພັດທະນາ​​ໂດຍສັນຕິແລະ​ໝັ້ນ​ທ່ຽງ,​ໄດ້ລະ​ເມີດມະຕິຊົນ​​ກະ​ແສຫຼັກ​ຂອງໄຕ້​ຫວັນ,​ເຮັດ​ໃຫ້​ສັງຄົມ​ໄຕ້​ຫວັນປັ່ນ​ປ່ວນ​ກວ່າ​​ເກົ່າ.​ພວກ​ທ່ານກ່າວ​ເຕືອນ​​ເຊັນ​ສຸຍ​ປຽນຢ່າ​ຕີ​ລາຄາ​ຕ່ຳ​ເກີ​ນ​ໄປຄວາມ​ຕັດສິນ​ໃຈ​ແລະຄວາມ​ສາມາດ​ຂອງ​ແຜ​ນດິນ​ໃຫຍ່​ຈີ​ນທີ່​ຄັດຄ້ານ​ແລະ​ສະກັດ​ກັ້ນການ​ແຍກ"​ໄຕ້​ຫວັນ​ເປັນ​ເອກະລາດ".ປະຊາຊົນ​ຈີນທັງ​ປວງທີ່​ລວມທັງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ມີ​ຄວາມ​ຕັດສິນ​ໃຈ​ແລະ​ຄວາມ​ສາມາດ​ຜາບ​ແພ້​ກົນອຸບາຍ​​ແບ່ງ​ແຍກ​ທຸກ​ຮູບ​ທຸກ​ແບບ​ຂອງ​ພວກ​ແຍກ"​ໄຕ້​ຫວັນ​ເປັນ​ເອກະລາດ".