ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-11 18:22:47    
ປີ​ກາຍ​ນີ້, ຈີນ​ປະ​ກາດ​ປ່ອຍ​ຈຳ​ເລີຍ​ອາ​ຍາ 2 ພັນ​ກວ່າ​ຄົນ​ໃນ​ຖານບໍ່​ມີ​ໂທດ

cri Author: MO



ຕາມ​ຂ່າວ​CRI: ວັນ​ທີ 11 ມີນາ, ທ່ານ​ຊິວ​ຢາງ ປະທານ​ສານ​ປະຊາຊົນ​ສູງ​ສຸດ​ຂອງຈີນ​ກ່າວ​ວ່າ, ປີ​ກາຍ​ນີ້, ສານ​ທຸກຂັ້ນຂອງ​ຈີນ​ໄດ້​ຍຶດໝັ້ນ ຜູ້​ມີ​ໂທດ​ຕ້ອງ​ຕັດສິນ, ບໍ່​ມີ​ໂທດ​ກໍ​ຕ້ອງ​ປ່ອຍ​ຄົນ, ​ໄດ້​ປະກາດ​ຈຳ​ເລີຍ​ອາຍາ 2 ພັນ​ກວ່າ​ຄົນ​​ບໍ່ມີ​ໂທດ​ຕາມ​ກົດໝາຍ.

ວັນ​ທີ 11 ມີນາ, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະ​ພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ວຽກ​ງານ​ສານ​ປະຊາຊົນ​ສູງ​ສຸດ​ຂອງ​ທ່ານ​ຊີວຢາງ. ​ໃນ​ບົດ​ລາຍ​ງານ, ທ່ານ​ຊິວ​ຢາງ​ກ່າວ​ວ່າ, ປີ​ນີ້, ສານ​ຂອງຈີນ​ຈະ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ສິດທິ​ມະນຸດ​ໃນ​ຂົງ​ເຂດ​ຕຸລາການ​ດ້ານ​ອາຍາ​ຕື່ມ​ອີກ, ວາງ​ແລະ​ບູລະນະ​ກົດ​ລະບຽບ​ກ່ຽວ​ກັບຫຼັກຖານ​ອາຍາ, ປ້ອງ​ກັນ​ບໍ່​ໃຫ້ມີ​ຄະດີຕູ່​ຫາ​ແລະ​ຄະດີ​ຜິດ​ເກີດ​ຂຶ້ນ.



ມື້​ດຽວ​ກັນ, ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຍັງ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ທ່ານ​ເຈຍ​ຊຸນ​ວ້າງ ອະທິ​ໄອ​ຍະ​ການ​ຂອງ​ອົງການ​​ໄອ​ຍະ​ການປະຊາຊົນ​ສູງ​ສຸດ​ຂອງຈີນ. ທ່ານ​ກ່າວ​ວ່າ, ປີນີ້, ອົງການ​ໄອ​ຍະ​ການ​ຈີນ​ຈະ​ດຳ​ເນີນ​ການ​ຕິດຕາມ​ກວດກາ​ການດຳ​ເນີນ​ຄະດີອາຍາ​, ຕັດສິນ​ຄະດີ​ແພ່ງ, ​ແລະ​ການ​ດຳ​ເນີນ​ຄະດີ​ການ​ບໍລິຫານຢ່າງຮອບດ້ານ, ດັດ​ແກ້​ການ​ຕັດສິນທີ່ຜິດພາດຕາມກົດໝາຍ, ສຳຫຼວດພະນັກງານ​ຕຸລາການ​ຕ້ອງ​ໂທດ​​ໃນ​ໜ້າ​ທີ່ຕຳ​ແໜ່​ງ​ເປັນຕົ້ນ.