ການຕິດຕາມວັດແທກສະແດງໃຫ້ເຫັນວ່າ, ໃນລະດູບານໃໝ່ປີນີ້, ແມ່ນ້ຳຊົ່ງຮວາຈ່ຽງ ພາກຕາເວັນອອກສຽງເໜືອຂອງຈີນບໍ່ຫ່ອນຈະເກີດມີການເຊື່ອມຜິດຄັ້ງທີ 2
cri
Author: mo
ຕາມຂ່າວCRI:ວັນທີ 11 ມີນາ, ຢູ່ທີ່ປັກກິ່ງ, ທ່ານໂຈວເສິ່ງສຽນ ຫົວໜ້າກົມໃຫຍ່ອະນຸລັກສິ່ງແວດລ້ອມແຫ່ງຊາດຈີນເຜີຍໃຫ້ຮູ້ວ່າ, ພາຍຫຼັງຜູ້ຊ່ຽວຊານດ້ານອະນຸລັກສິ່ງແວດລ້ອມຂອງຈີນພັນກວ່າຄົນຕິດຕາມວັດແທກຢ່າງລຽນຕິດ ວິໃຈແລະທົດລອງແລ້ວ, ໄດ້ມີຂໍ້ສະຫຼຸບວ່າ, ໃນລະດູບານໃໝ່ປີນີ້, ແມ່ນ້ຳຊົ່ງຮວາຈ່ຽງ ພາກຕາເວັນອອກສຽງເໜືອຂອງຈີນບໍ່ຫ່ອນຈະເກີດມີການເຊື່ອມຜິດຄັ້ງທີ 2. ຂໍ້ສະຫຼຸບຂອງຝ່າຍຣັດເຊຍທີ່ອີງຕາມການຕິດຕາມວັດແທກດັ່ງກ່າວແມ່ນຄືກັນກັບຈີນໝົດ. ໃນງານຊຸມນຸມນັກຂ່າວທີ່ກອງປະຊຸມປະຈຳປີຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນຈັດຂຶ້ນໃນມື້ດຽວກັນ, ທ່ານໂຈວເສິ່ງສຽນແນະນຳວ່າ, ຈີນໄດ້ຮຽບຮຽງແຜນປົວແປງແມ່ນ້ຳຊົ່ງຮວາຈ່ຽງໃນໄລຍະຍາວ, ແຜນດັ່ງກ່າວເນັ້ນໜັກວ່າ, ໃນການປົວແປງ, ຈະເອົາການປົວແປງການຊື່ອມຜິດນ້ຳໂດຍສະເພາະແມ່ນຮັບປະກັນຄວາມປອດໄພດ້ານນ້ຳກິນເປັນຈຸດໜັກວຽກງານ; ກຳນົດໜ້າທີ່ຮັບຜິດຊອບຂອງແຫ່ງຕ່າງໆໃນວຽກງານປົວແປງ, ຮັບປະກັນທຶນປົວແປງຄົບຈຳນວນ.
|
|