|
![](/images/spacer.gif) |
(GMT+08:00)
2006-03-11 19:18:29
|
![](/images/shim.gif) |
ສື່ມວນຊົນຝ່າຍຕາເວັນຕົກແຈ້ງຂ່າວວ່າ ຜູ້ແທນແລະກຳມະການຂອງກອງປະຊຸມສອງສະພາຢາກເວົ້າຫຍັງກໍ່ເວົ້າໄດ້ຕາມໃຈ
cri
Author: da
ຕາມຂ່າວສານຊິນຮວາ:ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນແລະສະພາປຶກສາການເມືອງແຫ່ງຊາດຈີນພວມຈັດຂຶ້ນຢູ່ປັກກິ່ງ,ສື່ມວນຊົນຝ່າຍຕາເວັນຕົກໄດ້ແຈ້ງຂ່າວຂໍ້ສະເໜີ ມະຕິແລະຍັດຕິຂອງຜູ້ແທນແລະກຳມະການໃນກອງປະຊຸມສອງສະພາຢ່າງຫຼວງຫຼາຍ,ການແຈ້ງຂ່າວຂອງຝ່າຍຕາເວັນຕົກກາຍເປັນຫຼັກຖານຢັ້ງຢືນວ່າ,ຜູ້ແທນແລະກຳມະການຢາກເວົ້າຫຍັງກໍ່ເວົ້າໄດ້ຕາມໃຈ.
ບັນຫາຈຸດຮ້ອນຕ່າງໆເຊັ່ນ:ການສ້າງຊົນນະບົດແບບໃໝ່ ການຄັດຄ້ານໄຕ້ຫວັນອອກເປັນເອກະລາດ ການຕ້ານການເສຍທາດຂາດຄຸນແລະສົ່ງເສີມການບໍລິຫານງານທີ່ປອດໄສໄຮ້ມົນທິນ ສາທາລະນະສຸກການປີ່ນປົວ ການຈັດງານກິລາໂອລິມປິກແບບປະຢັດເປັນຕົ້ນທີ່ຜູ້ແທນແລະກຳມະການສ່ອງແສງນັ້ນ ລ້ວນແຕ່ກາຍເປັນຂໍ້ມູນຂອງການແຈ້ງຂ່າວປະຈຳວັນຂອງສື່ມວນຊົນຕ່າງປະເທດ.ຕາມການສັງເກດທີ່ບໍ່ຄົບຖ້ວນ,ໃນເວລາກອງປະຊຸມສອງສະພາໄຂຂຶ້ນບໍ່ຮອດໜຶ່ງອາທິດ,ຂ່າວສານອາເປ ຂ່າວສານລອຍເຕີ ແລະ ຂ່າວສານອາແອຟເປກໍ່ໄດ້ແຈ້ງຂ່າວ20 ຫາ 30 ຂໍ້ກ່ຽວກັບຂໍ້ສະເໜີແລະຍັດຕິຂອງຜູ້ແທນແລະກຳມະການ.
ບຸກຄົນວິເຄາະເຫັນວ່າ,ສື່ມວນຊົນຕ່າງປະເທດສົນໃຈນຳຢ່າງກະຕືລືລົ້ນນັ້ນ,ດ້ານໜຶ່ງໄດ້ສ່ອງແສງໃຫ້ເຫັນວ່າ,ຜູ້ແທນແລະກຳມະການຂອງກອງປະຊຸມສອງສະພາຢາກເວົ້າຫຍັງກໍ່ເວົ້າໄດ້ຕາມໃຈແລະເວົ້າຄວາມຈິງ,ຂໍ້ສະເໜີແລະຍັດຕິຂອງພວກເຂົາເຈົ້າກ່ຽວພັນເຖິງດ້ານຕ່າງໆເຊັ່ນການເມືອງ ເສດຖະກິດແລະຊີວິດສັງຄົມ,ທັງກວມທັງເນື້ອໃນທີ່ມີລັກສະນະທາດແທ້ທີ່ບຸກຄົນພາຍໃນແລະພົ້ນທະເລສົນໃຈນຳຢ່າງຫຼວງຫຼາຍ,ຄຳຄິດຄຳເຫັນຫຼາຍຂໍ້ຈະກາຍເປັນກົດບັນຍັດແລະນະໂຍບາຍໃນມື້ຂ້າງໜ້າຍ້ອນຄວາມເອົາໃຈໃສ່ຂອງລັດຖະບານ.
|
|
|