ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-12 17:27:57    
ທ່ານຫູຈີນທ່າວກ່າວວ່າ, ຕ້ອງ​ພະ​ຍາ​ຍາມ​ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ກອງທັບ​ຈີນ​ໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ ຮັກ​ສາ​ສັນ​ຕິ​ພາບ ສະ​ກັດ​ກັ້ນ​ສົງ​ຄາມ​ແລະ​ເອົາ​ຊະນະ​ໃນ​ສົງ​ຄາມ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 11 ມີນາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ກ່າວ​ວ່າ, ຕ້ອງ​ພະຍາຍາມ​ຍົກ​ສູງຄວາມ​ສາມາດ​ຂອງ​ກອງທັບ​ຈີນ​ໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ ຮັກສາ​ສັນຕິພາບ ສະກັດ​ກັ້ນສົງຄາມ​ແລະ​ເອົາ​ຊະນະ​ໃນ​ສົງຄາມ.

ທ່ານ​ຫູ​ຈີນ​ທາວ​​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າຮ່ວມ​ການ​ຫາລືກັນ​ທີ່​ແບ່ງ​ອອກ​ເປັນ​ຈຸ​ໃນ​ກອງ​ປະຊຸມປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ. ທ່ານ​​ເວົ້າວ່າ, ຕ້ອງ​ເພີ່ມ​ທະວີ​ການ​ສ້າງສາ​ກອງ​ທັບ, ກອງທັບ​ຕ້ອງ​ຖື​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ແລະ​ຄວາມ​ປອດ​ໄພ​ຂອງ​ຊາດ​ໄວ້​ຢູ່​ໃນ​ຖານະ​ອັນ​ດັບ​ໜຶ່ງ, ຕ້ອງ​​ຮັບປະກັນ​ໃຫ້​ຄວາມ​ປອດ​ໄພ​ແກ່ການ​ພັດທະນາ​ຂອງ​ຊາດ.

ພ້ອມ​ກັນນັ້ນ, ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ, ຕ້ອງ​ຈັດ​ວາງ​ການສ້າງສາ​ກອງທັບ​ຢ່າງ​ເປັນ​​ເອກະ​ພາບ​ກັນ​ຕາມຫຼັກວິທະຍາສາດ, ພະຍາຍາມຂະຫຍາຍຄວາມ​ສາມາດ​​ໃນການ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ຫຼາຍຢ່າງທີ່​ມີຄວາມ​ປອດ​ໄພ, ສຳ​ເລັດ​ໜ້າ​ທີ່​ການ​ທະຫານ​ຫຼາຍຮູບຫຼາຍ​ແບບ, ຍົກ​ລະດັບ​ການ​ຄຸ້ມ​ຄອງ​ທັນ​ສະ​ໄໝຂອງ​ກອງທັບ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.