|
 |
(GMT+08:00)
2006-03-12 20:17:35
|
 |
ຈີນອາເມລິກາຮ່ວມກັນອົບຮົມຜູ້ແປພາສາຊັ້ນສູງ
cri
Author: MO
ຕາມຂ່າວສານຊີນຮວາ: ຫວ່າງມໍ່ໆນີ້, ສອງຝ່າຍຈີນອາເມລິກາໄດ້ຮ່ວມກັນຈັດຊຸດອົບຮົມການແປພາສາຊັ້ນສູງ, ເພື່ອອົບຮົມພະນັກງານແປພາສາດ້ວຍປາກແລະສໍທີ່ເປັນວິຊາສະເພາະ, ເພື່ອຜ່ອນຄາຍສະພາບຂາດເຂີນຜູ້ແປພາສາຊັ້ນສູງຢູ່ຈີນໃນປັດຈຸບັນ.
ຫວ່າງມໍ່ໆນີ້, ນັກຂ່າວໄດ້ຊາບຈາກກົມພາສາຕ່າງປະເທດແຫ່ງຊາດຈີນວ່າ, ປັດຈຸບັນ, ຜູ້ແປພາສາຊັ້ນສູງພາຍໃນປະເທດຈີນຍັງຂາດເຂີນຢູ່ 90%. ດ້ານໜຶ່ງ, ຍ້ອນວ່າໃນຫຼາຍປີມານີ້, ການແລກປ່ຽນລະຫວ່າງຈີນກັບຕ່າງປະເທດໃນດ້ານວິທະຍາສາດເຕັກນິກ ວັດທະນະທຳແລະເສດຖະກິດເປັນຕົ້ນນັບມື້ນັບຂະຫຍາຍກວ້າງອອກ, ຈຶ່ງຕ້ອງການຜູ້ແປພາສາທີ່ໄດ້ມາດຖານຢ່າງຫຼວງຫຼາຍ; ອີກດ້ານໜຶ່ງ, ກອງປະຊຸມສາກົນທີ່ຈັດຂຶ້ນຢູ່ຈີນເລື້ອຍໆກໍຂາດຜູ້ແປພ້ອມສຽງຫຼາຍທີ່ສຸດ.
ຕໍ່ສະພາບການແນວນີ້, ກົມພາສາຕ່າງປະເທດແຫ່ງຊາດຈີນໄດ້ຮ່ວມມືກັບວິທະຍາຄານແປພາສາຊັ້ນສູງມົງເນີລີອາເມລິກາ, ຈັດຕັ້ງຜູ້ຊ່ຽວຊານຜູ້ຊົງຄຸນວຸດທິງວດໜຶ່ງ, ຈັດຊຸດອົບຮົບການແປພາສາຊັ້ນສູງ, ຊ່ອຍອົບຮົບພະນັກງານແປທາງປາກແລະສໍໃຫ້ອົງການຕ່າງໆເຊັ່ນກະຊວງແລະຄະນະກຳມະການທຽບເທົ່າຕ່າງໆແລະໂຮງຮຽນຊັ້ນສູງຂອງຈີນ.
|
|
|