ຕາມຂ່າວcri:ນັບມາຮອດ24ໂມງວັນທີ10ມີນາເຊິ່ງເປັນເວລາປິດຮັບຍັດຕິຂອງຜູ້ແທນ,ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນປີນີ້ລວມໄດ້ຮັບຍັດຕິ1006ສະບັບ,ຍັດຕິຕົ້ນຕໍກ່ຽວພັນກັບການສ້າງກົດໝາຍແລະການດັດແກ້ກົດໝາຍໃນດ້ານເພິ່ມຄວາມສາມາດປະດິດສ້າງຢ່າງເປັນເຈົ້າຕົນເອງ,ສ້າງສາຊົນນະບົດແບບໃໝ່ແລະການປະກັນສັງຄົມກັບການກອບກູ້ຊ່ອຍເຫຼືອເປັນຕົ້ນ.
ວັນທີ13ມີນາ,ທ່ານເຊິ້ງຮວາເຢິນ ຮອງເລຂາທິການໃຫຍ່ກອງປະຊຸມຄັ້ງນີ້ໄດ້ບົດລາຍງານກ່ຽວກັບຄວາມເຫັນໃນການຊຳລະຍັດຕິຂອງຜູ້ແທນຕໍ່ຄະນະປະທານຂອງກອງປະຊຸມ.ທ່ານເວົ້າວ່າ,ຈຳນວນຍັດຕິທີ່ກອງປະຊຸມປີນີ້ໄດ້ຮັບນັ້ນຫຼາຍກວ່າປີກາຍນີ້ເລັກໜ້ອຍ,ຄຸນນະພາບຂອງຍັດຕິໄດ້ດີຂຶ້ນຢ່າງເດັ່ນຊັດ,ຍັດຕິດ້ານກົດໝາຍຫຼາຍກວ່າເຄິ່ງໜຶ່ງໄດ້ສະໜອງຮ່າງເອກະສານກົດໝາຍ.
ຜ່ານຈາກການລົງຄະແນນສຽງ,ກອງປະຊຸມຄະນະປະທານໃນວັນທີ13ມີນາໄດ້ຕົກລົງຕ່າງມອບຍັດຕິເຫຼົ່ານີ້ໃຫ້ຄະນະກຳມາທິການການຈຳເພາະຕິດທີ່ກ່ຽວຂ້ອງຂອງສະພາປະຊາຊົນແຫ່ງຊາດສຳຫຼວດພິຈາລະນາ.
|