ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-13 18:16:57    
ບາງຄຳ​​ເຫັນຂອງ​ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ​ແລະ​ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ

cri Author: lm

​ໃນ​ເວລາ​ກ່າວ​ເຖິງ​ບັນຫາ​ການ​ສຶກສາ​ຊົນນະບົດ, ທ່ານ​ນາງ​ຊຸນ​ເຮີ້​ຈ່ວນ ຜູ່​ແທນ​ສະພາ​ປະ​ຊາຊົນ​ແຫ່ງ​ຊາດ​​ຊຸດ​ທີ 10 ຜູ່​ອຳນວຍ​ການ​ໂຮງຮຽນ​ມັດທະຍົມ​ສັງກັດ​ມະຫາວິທະ​ຍາ​ໄລ​ສ້າງ​ຄູ​ຕົ່ງ​ໄປ​ກ່າວ​ວ່າ, ການ​ສຶກສາ​ຊົນນະບົດ​ແມ່ນ​ວຽກ​ທີ່​ເປັນຕາ​ເຮັດ​ເປັນຕາ​ທຳ, ຫວັງ​ໃຫ້​ຈັດ​ເອົາ​ການ​ບຳລຸງ​ສ້າງ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ເຂົ້າ​ໃນ​ລະບົບ​ແຜນ​ກຳນົດສັງ​ລວມທີ່​ສ້າງສາ​ຊົນນະບົດ​ໃໝ່​, ຈັດການ​ລົງທຶນ​ໃນ​ການ​ສຶກສາ​ຊົນນະບົດ​ໃໝ່​ເຂົ້າ​ໃນ​ລະບົບ​ປະກັນ​ການ​ເງິນ​ແຫ່ງ​ຊາດ.

ທ່ານ​ນາງ​ຢາ​ງຊາງ​ຢຸນ ຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 10 ຫົວໜ້າ​ຫ້ອງການ​ສຳຫຼວດກວດກາ​ວຽກ​ງານຮ້ອງທຸກ​ທີ່​ສັງກັດ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ເມືອງ​ຊ່ານ​ຕູ່​ແຂວງ​ກຸ້ຍ​ໂຈ່​ວ​ໄດ້​ສະ​ເໜີ​ໃຫ້​ສ້າງ​ແທ່ນ​ແລກປ່ຽນ​ໃຫ້​ແກ່​ພະນັນ​ກງານ​ທີ່​ເຮັດ​ວຽກ​ຮ້ອງ​ທຸກ.

​ໃນ​ການ​ສົນທະນາ​ໃນ​ຈຸ, ທ່ານ​ໂຈ​ຢຽນອານ ຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ທີ 10 ​ເລຂາ​ຄະນະ​ພັກ​ກຸ່ມບໍລິສັດລົດຍົນ​ຈ່ຽງຫວຍ​ແຂວງ​ອານ​ຮຸຍ​ຈຳກັດ​ກ່າວ​ວ່າ, ຕ້ອງ​ເພີ່ມ​ທະວີ​ແລະ​ບູລະນະ​ການ​ສ້າງສາ​ລະບົບ​ກົດໝາຍ​ຕື່ມ​ອີກ, ​ໂດຍ​ສະ​ເພາະ​ແມ່ນ​ຕ້ອງ​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ​ແລະ​ນິຕິບັນຍັດ​ດ້ານ​ສິດ​ຊັບ​ສິນ​ທາງ​ປັນຍາ​​ຂອງ​ປະ​ເທດ​ເຮົາ.


1  2