|
![](/images/spacer.gif) |
(GMT+08:00)
2006-03-14 20:46:51
|
![](/images/shim.gif) |
ທ່ານເວີນເຈຍປາວຕອບຄຳຖາມຂອງນັກຂ່າວກ່ຽວກັບບັນຫາສ້າງຊົນນະບົດແບບໃໝ່ແລະບັນຫາໄຕ້ຫວັນເປັນຕົ້ນ
cri
Author: da
ຕາມຂ່າວCRI:ວັນທີ 14 ມີນາ ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນໄດ້ອັດລົງ,ໃນງານໃຫ້ສຳພາດຂ່າວທີ່ຈັດຂຶ້ນຫຼັງຈາກນັ້ນ ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນໄດ້ຕອບຄຳຖາມຂອງນັກຂ່າວຈີນແລະຕ່າງປະເທດກ່ຽວກັບການສ້າງຊົນນະບົດແບບໃໝ່ແລະບັນຫາໄຕ້ຫວັນເປັນຕົ້ນ.
![]( /mmsource/images/2006/03/14/w1.jpg)
ທ່ານເວີນເຈຍປາວເວົ້າວ່າ,ຈີນວາງເປົ້າໝາຍສ້າງສາຊົນນະບົດສັງຄົມນິຍົມແບບໃໝ່ແມ່ນເພື່ອພັດທະນາກະສິກຳ,ປົວແປງເງື່ອນໄຂການຜະລິດແລະຊີວິດການເປັນຢູ່ຂອງຊາວກະສິກອນໃຫ້ດີຂຶ້ນ.ນີ້ແມ່ນກ້າວໜຶ່ງທີ່ສຳຄັນໃນການສ້າງສາທັນສະໄໝຂອງຈີນ,ພ້ອມທັງສາມາດຊັກຈູງຄວາມຕ້ອງການແລະການບໍລິໂພກຢູ່ພາຍໃນປະເທດ,ເຮັດໃຫ້ເສດຖະກິດຂອງຈີນໄດ້ພັດທະນາບົນພື້ນຖານອັນໝັ້ນແກ່ນກວ່າເກົ່າ.ທ່ານກ່າວເນັ້ນວ່າ,ໃນຂະບວນການສ້າງສາຊົນນະບົດສັງຄົມນິຍົມແບບໃໝ່ນັ້ນ,ຕ້ອງຮັບປະກັນສິດປະຊາທິປະໄຕຂອງຊາວກະສິກອນ,ແລະໃຫ້ຊາວກະສິກອນໄດ້ຜົນປະໂຫຍດແທ້ຈິງ.
![]( /mmsource/images/2006/03/14/w2.jpg)
ກ່ຽວກັບບັນຫາໄຕ້ຫວັນ,ທ່ານເວີນເຈຍປາວເວົ້າວ່າ,ທະແນມແຕ່ຍຶດໝັ້ນຫຼັກການຈີນດຽວ,ທະແນມແຕ່ພັກມິນຈິນຕັງປະລະໂຄງການ"ແຍກໄຕ້ຫວັນອອກເປັນເອກະລາດ",ຝ່າຍແຜ່ນດິນໃຫຍ່ຍິນດີໃຫ້ຄຳຕອບໂດຍທາງບວກ,ຕິດຕໍ່ພົວພັນແລະຫາລືກັບເຂົາ.
ທ່ານເວີນເຈຍປາວຍັງໄດ້ຕອບຄຳຖາມກ່ຽວກັບອັດຕາແລກປ່ຽນເງິນຢວນຈີນ ການພົວພັນຈີນຍີ່ປຸ່ນແລະການພົວພັນຈີນອິນເດຍເປັນຕົ້ນ.
|
|
|