|
![](/images/spacer.gif) |
(GMT+08:00)
2006-03-14 20:56:55
|
ທ່ານເວີນເຈຍປາວກ່າວວ່າ ການສຶກສາຂອງຈີນຈະອວ່າຍໜ້າໄປສູ່ສາມັນຊົນ
cri
Author: da
ຕາມຂ່າວCRI: ວັນທີ 14 ມີນາ ໃນງານສຳພາດນັກຂ່າວຈີນແລະຕ່າງປະເທດທີ່ຈັດຂຶ້ນຫຼັງກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນອັດລົງ ທ່ານເວີນເຈຍປາວ ນາຍົກລັດຖະມົນຕີຈີນເວົ້າວ່າ,ຈີນຖືການສຶກສາພາກບັງຄັບແລະອາຊີວະສຶກສາໄວ້ຢູ່ຖານະສຳຄັນ,ນີ້ກໍ່ແມ່ນເຮັດໃຫ້ການສຶກສາອວ່າຍໜ້າໄປສູ່ສາມັນຊົນ,ທຸກໆຄົນມີໂອກາດຮັບການສຶກສາ.
![]( /mmsource/images/2006/03/14/wenjb0603142.jpg)
ທ່ານເວີນເຈຍປາວກ່າວວ່າ,ຈີນມີປະຊາກອນ 1 ຕື້ 300 ລ້ານຄົນ,ໃນນັ້ນມີ 900 ລ້ານແມ່ນຊາວກະສິກອນ,ມາດຕາສ່ວນສາມັນຊົນຍິ່ງສູງ.ຄຸນທາດຂອງສາມັນຊົນໄດ້ພົວພັນເຖິງຄຸນທາດຂອງປະຊາຊົນທົ່ວທັງຊາດ.ທ່ານກ່າວວ່າ,ປະຈຸບັນໃນທົ່ວປະເທດໄດ້ສ້າງສະຖານະພາບທີ່ປັບປຸງແລະເຜີຍແຜ່ການສຶກສາພາກບັງຄັບໂດຍທົ່ວໄປ ອອກແຮງຂະຫຍາຍອາຊີວະສຶກສາແລະພະຍາຍາມຍົກສູງລະດັບການສຶກສາຊັ້ນສູງ.ຕໍ່ໄປພາຍໜ້າ,ຂະແໜງການທີ່ກ່ຽວຂ້ອງຈະພະຍາຍາມເຮັດໃຫ້ວຽກງານໃນສາມດ້ານນີ້ໄດ້ຜົນ.
|
|
|