ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 20:32:20    
ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ແມ່ນ​​ໂປ່ງ​ໃສ​ໝົດ

cri Author: DA
ຕາມ​ຂ່າວCRI:ວັນ​ທີ 16 ມີນາ ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຈີນ​ເວົ້າວ່າ, ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ແມ່ນ​​ໂປ່​ງ​ໃສ​ໝົດ,​ແມ່ນ​ມີ​ລັກສະນະ​ປ້ອງ​ກັນຢູ່​ໃນ​ທ່າ​ຮັບ,ຫວັງ​​ໃຫ້ປະ​ເທດ​ອື່ນ​ສາມາດ​ປະຕິບັດ​ຕໍ່​ບັນຫາ​ນີ້​ຢ່າງ​ພາວະ​ວິ​ໄສ.

​ໃນ​ງານ​ໃຫ້​ສຳພາດ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ທ່ານ​ຊິນ​ກ່າງ​ເວົ້າວ່າ,ຈີນ​ປະຕິບັດ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດຢູ່​ໃນ​ທ່າ​ຮັບໂດຍ​ຕະຫຼອດ,​ໃຊ້​ມາດ​ຕະການໂປ່​ງ​ໃສຄ່າ​ໃຊ້​ຈ່າຍ​ທາງ​ການທະຫານ​ທີ່​ພໍ​ດ້າມ​ພໍດີ​ແລະ​ປະຕິບັດ​ໄດ້.ຈີນ​ປະກາດ​ໜັງສື​ປົກ​ຂາວ​ປ້ອງ​ກັນ​ປະ​ເທດ​ຕາມ​ເວລາ​ກຳນົດ,ຍັງ​ໄດ້ປະກາດ​ໜັງສື​ປົກ​ຂາວ​ຂອງ​ຈີນ​ກ່ຽວ​ກັບ​ການ​ຄວບ​ຄຸມ​ກຳລັງ​ລົບ ຫຼຸດ​ກຳລັງ​ລົບ​ແລະ​ປ້ອງ​ກັນ​ບໍ່​ເຜີຍ​ແຜ່​ນິວ​ເຄຼຍ,​ແນະນຳ​ສະພາບ​ການ​ດ້ານ​ຄ່າ​ໃຊ້​ຈ່າຍ​ທາງ​ການ​ທະຫານ​ແລະ​ການ​ສ້າງສາ​ທາງການ​ທະຫານ​ຢ່າງ​ລະອຽດ.ກອງທັບ​ຈີນ​ພວມ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ຢ່າງ​ບໍ່​ຂາດ​ສາຍ.

ທ່ານ​ຊິນ​ກ່າງ​ເວົ້າວ່າ,​ໃນ​ດ້ານ​ຄວາມໝັ້ນຄົງ ​ຈີ​ນສົ່ງ​ເສີມ​ທັດສະນະ​ຄວາມ​ໝັ້ນຄົງໃໝ່​ທີ່​​ໄວ້​​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດ ສະ​ເໝີ​ພາບ​ແລະ​ປະສານ​ສົມທົບ​ກັນ,ຫວັງ​ບັນດາ​ປະ​ເທດ​ໃນ​ໂລກ​ເພີ່ມ​ທະວີ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈເຊິ່ງກັນ​ແລະ​ກັນ ​ແລະ​ການ​ຮ່ວມ​ມື​ກັນ,ຫາລື​ກັນ​ຢ່າງ​ສະ​ເໝີ​ພາບ,ພ້ອມ​ກັນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.