ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-22 20:11:02    
ຝ່າຍ​ຈີນ​ຫວັງ​ໃຫ້​​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​ຂອງ​ແຫຼມ​​ເກົາ​ຫຼີ​ແລະ​ຂອງ​ອີ​ຣານ​​ດ້ວຍ​ຄວາມ​ພະ​ຍາ​ຍາມ​ທາງ​ການ​ທູດ

cri

ຕາມ​ຂ່າວcri:ວັນ​ທີ22​ມີນາ,ຢູ່​ທີ່​ປັກ​ກິ່ງ,ທ່ານຫຼີຈ້າວ​ຊີງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​​ລື້​ມ​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້ແກ້​ໄຂ​ບັນຫາ​ຈຸດ​ສຸມສາ​ກົນຕ່າງໆ​ເຊິ່ງລວມທັງ ​ ບັນຫາ​ນີວຂອງ​ເຄຼຍ​ແຫຼມ​​ເກົາຫຼີ​ແລະຂອງອີຣານ​ດ້ວຍຄວາມ​ພະຍາຍາມ​ທາງ​ການ​ທູດ.

ທ່ານຫຼີຈ້າວ​ຊີງ​ແມ່ນສະ​ແດງ​ທ່າ​ທີ່​ດັ່ງກ່າວ​ໃນ​ເວລາພົບ​ປະ​ນັກ​ຂ່າວ​ນຳກັນ​ກັບ​ທ່ານ​ໂມຣາຕີ​ໂນສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ແອ​ສ​ປາຍທີ່​ມາ​ຢາມ.

ທ່ານຫຼີຈ້າວ​ຊີງ​ຊີ້​ອອກ​ວ່າ,ລັດຖະບານ​ຈີນ​​ໄດ້​ພະຍາ​ຍາມ​ຊັກ​ຊວນ​ໃຫ້​ມີ​ສັນຕິພາບ​ແລະຊຸກ​ຍູ້​ການ​ເຈລະຈາ​ໂດຍ​ຕະ​ຫຼອດ,ຊຸກ​ຍູ້​​ໃຫ້ສ.ປ.ປ.​ເກົາຫຼີ​ກັບ​ອາ​ເມ​ລິ​ກາ​​ຕິດ​ຕໍ່​​ກັນ​ແລະ​ເພິ່ມຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນຄ່ອຍໆ,​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ​ແລະ​ມີສະຖຽນ​ລະ​ພາບ​ຍາວ​ນານ​​ດ້ວຍ​ການສົນ​ທະນາ​ກັນ​ແລະ​ເຈລະຈາ​ກັນ.ຈີນ​ກໍ່​​ເດັດ່ຽວ​ສະໜັບ​ສະໜູນ​ການຊຳລະ​ບັນຫາ​ນີວ​ເຄຼຍຂອງ​ອີຣານ​ດ້ວຍການ​ເຈລະ​ຈາກັນ,ສະໜັບ​ສະໜູນ​ການ​ເຈລະຈາ​ລະຫວ່າງ​ສະຫະ​ພາບ​​ເອີ​ລົບກັບ​ອີຣານ,​​ແລະຍິນ​ດີ​ຕ້ອນຮັບ​ຣັດ​ເຊຍຕິດ​ຕໍ່​ກັບ​ອີຣານ.ທ່ານ​ຍັງ​ຮຽກຮ້ອງ​​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງ​ມີ​ນ້ຳ​ອົດທົນ,ຄ່ອງ​ແຄ້ວ​ແລະຕິດ​ແທດ​ຕົວ​ຈິງ​ຫຼາຍ​ກວ່າ​ເກົ່າ​ໃນ​ບັນຫາ​ນີວ​ເຄຼຍຂອງອີຣານ.