ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-24 11:13:30    
ສະ​ມາ​ຊິກ​ສະ​ພາ​ສູງ​ອາ​ເມ​ລິ​ກາ​ເຫັນ​​ໄປ​ໃນ​ແງ່​ດີ​ຕໍ່​ການ​ປະຕິ​ຮູບ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຂອງ​ຈີນ

cri Author: sayvanny
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 23 ມີນາ ຢູ່​ປັກ​ກິ່ງ, ທ່ານ​ລິນ​ເຊ.ກຼາຮາມ ​ແລະ​ທ່ານ​ຊາຣສ໌.ຊູ​ເມີ ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ​ເວົ້າວ່າ, ພວກ​ທ່ານ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ການ​ປະຕິ​ຮູບ​ອັດຕາ​ແລກປ່ຽນ​ເງິນຕາ​ຂອງຈີນ.

ມື້​ດຽວ​ກັນ, ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ​ສອງ​ທ່ານ​ດັ່ງກ່າວ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີ ທ່ານ​ໂຈ​ວສຽວຊວນ ຜູ່​ວ່າການ​ທະນາຄານປະຊາຊົນ​ຈີນ​ແລະ​ທ່ານ​ໂປ​ຊີ​ລາຍ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ.ພວກ​ທ່ານ​ແມ່ນ​ໄດ້​ກ່າວ​ທັດສະນະ​ດັ່ງກ່າວ​ໃນ​ງານ​ໃຫ້​ສຳພາດ​ຂ່າວ​ຫລັງ​ການ​ພົບ​ປະ.ພວກ​ທ່ານ​ເວົ້າວ່າ, ​ມາ​ຢ້ຽມຢາມ​ຈີນ​ເທື່ອ​ນີ້,ພວກ​ທ່ານ​ໄດ້​ເຫັນ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ມີ​ຈຸດ​ຄື​ກັນ​ກັບ​ປະຊາຊົນ​ອາ​ເມ​ລິ​ກາໃນບັນຫາ​ອັດຕາ​ແລກປ່ຽນ​ເງິນຕາ. ຈີນ​ກຳລັງ​ທຸ່ມ​ເຫື່ອ​​​ເທ​ແຮງ​ປະຕິ​ຮູບ​ລະບອບ​ອັດຕາ​ແລກປ່ຽນ​ເງິນຕາ​ຢ່າງ​ແທ້​ຈິງ.ສະມາຊິກ​ສະພາ​ສູງ​ທັງສອງ​ທ່ານ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ວັນ​ເວລາ​ຜ່ານໄປ, ບັນຫາ​ອັດຕາ​ແລກປ່ຽນ​ເງິນຕາ​ຂອງ​ຈີນ​ຍ່ອມ​ຈະ​​ແກ້​ໄຂ​ໃຫ້​ຕົກ​ໄດ້.
ຈຸດປະສົງມາ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ກຼາຮາມ​ແລະ​ທ່ານ​ຊູ​ເມີ​ແມ່ນ​ເພື່ອ​ທຳ​ຄວາມ​ເຂົ້າ​ໃຈກັນ​ກັບ​ຝ່າຍຈີນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ຄື ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ບໍ່​ກ້ຳ​ເກິ່ງ​ກັນ ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ແລະ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ເປັນຕົ້ນ.

ນອກ​ນີ້,ຂ່າວ​ແຈ້ງ​ອີກ​ວ່າ, ວັນ​ທີ 23 ມີນາ ທະນາຄາ​ປະຊາຊົນ​ຈີນ ​ເຊິ່ງ​ເປັນ​ທະນາຄານ​ກາງຂອງ​ຈີນ​ກ່າວ​ວ່າ​ຈະ​ເພີ່ມ​ທະວີ​ລັກສະນະລອຍ​ຕົວຂອງ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ, ພ້ອມ​ກັນນັ້ນກໍ່​ຍັງກ່າວ​ເນັ້ນວ່າ​ຕ້ອງ​ຮັກສາ​ຄວາມ​ຫມັ້ນທ່ຽງ​ພື້ນຖານ​ໃນ​ລະດັບ​ສົມ​ເຫດ​ສົມ​ຜົນ​ແລະ​ສະ​ຫມ່ຳສະ​ເຫມີ.