ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-24 11:28:34    
ທ່ານ​ຫູ​ຈິນ​ທາວ​ ປະທານ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ທາງ​ລັດ​ຖະ​ກິດ​ໃນ​ກາງ​ເດືນ​ຫລື​ທ້າຍ​ເດືອນ​ເມສາ

cri Author: sayvanny
ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ວັນ​ທີ 23 ມີນາ ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຢູ່​ປັກ​ກິ່ງ, ທ່ານ​ຊິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າງ ປະ​ເທດ​ຈີນ​ເວົ້າ​ວ່າ, ​ໂດຍ​ຕອບ​ສະ​ຫນອງ​ຄຳ​ເຊີນ​ຂອງ​ທ່ານ​ບຸ​ສ ປະທານາທິ ບໍດີ​ອາ​ເມ​ລິ​ກາ, ທ່ານ​ຫູ​ຈິນທາວ ປະ​ທານ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ທາງ​ລັດຖະກິດ​ໃນ​ກາງ​​ເດືອນ​ຫລື​ທ້າຍ​ເດືອນ​​ເມ​ສາ.ສອງ​ຝ່າຍ​ຈີນ​ອາ​ເມລິກາ​ກຳ ລັງ​ຕັ້ງຫນ້າທຳ​ການ​ກະກຽມ​ເພື່ອ​ການ​ຢ້ຽມຢາມ​ເທື່ອ​ນີ້.

ທ່ານ​ຊິນ​ກາງ​ເວົ້າວ່າ, ການ​ຢ້ຽມຢາມ​ເທື່ອ​ນີ້​​ແມ່ນ​ມະຕິ​ເອກະສັນ​ຂອງ ສອງ​ຝ່າຍ​ຈີນ​ອາ​ເມ​ລິ​ກາ ​ໂດຍ​ສະ​ເພາະ​ແມ່ນຜູ່​ນຳ​ສອງ​ປະ​ເທດ​​ໃນ​ປີ​ກາຍ​ນີ້. ຈີນ​ແລະ​ອາ​ເມ​ລິ​ກາ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ຢ່າງ​ກວ້າງຂວາງ​ໃນ​ຂົງ​ເຂດ​ກວ້າງຂວາງ, ​​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ບັງ​ເກີດ​ຜົນ.ພ້ອມ​ກັນນັ້ນ, ຝ່າຍ​ຈີນ​ກໍ່​ບໍ່ຫລົບ​ຫລີກ​ຄວາມ​ເຫັນ​ຂັດ​ກັນ​ທີ່​ມີ​ຢູ່​ລະຫວ່າງ​ສອງ​ປະ​ເທ​ດ.ຈຸດ​ປະສົງການ​ຢ້ຽມຢາມ​ຂອງ​ທ່ານ​ປະ ທານ​ຫູ​ຈິນທາວ​ເທື່ອ​ນີ້ກໍ່​ແມ່ນ​ເພື່ອ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງກັນ​ແລະ​ກັນ,​ເປີດ​ກວ້າງ​ຄວາມ​ຮັບ​ຮູ້​ທີ່ຄື​ກັນ, ຫລຸດ​ຫນ້ອຍ​ຄວາມ​ເຫັນ​ຂັດ​ກັນ,ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງສັນ​ລະຫວ່າງ​ຈີນກັບ​ອາ​ເມ​ລິ​ກາ​ໃນ​ສະຕະວັດ​ທີ 21 ​ໃຫ້ຂະຫຍາຍຕົວ​ຕື່ມ​ອີກ.ສອງ​ຝ່າຍ​ຈະ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ບັນຫາ​ທີ່​ສົນ​ໃຈ​ນຳ​ກັນ.