ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-24 20:02:21    
ຈີນ​ຍິນ​ດີ​ພະ​ຍາ​ຍາມ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ເບຼ​​ຊິນ​ກາຍ​ເປັນ​ແບບ​ຢ່າງ​ແຫ່ງ​ສາ​ມັກ​ຄີ​ຮ່ວມ​ມື​ກັນ​ແລະ​ພັດ​ທະ​ນາ​ພ້ອມ​ກັນ​ລະ​ຫວ່າງ​ປະ​ເທດ​ພວມ​ພັດ​ທະ​ນາ

cri

ຕາມ​ຂ່າວcri:ວັນ​ທີ24​ມີນາ,ຢູ່​ທີ່​ປັກ​ກິ່ງ,​ໃນ​ເວລາ​ພົບ​ປະ​ທ່າ​ນອາ​ເລນ​ຄາ ຮອງປະທານາທິບໍດີ​ເບຼ​​ຊິນ​ທີ່​ມາ​ຢາມ,ທ່ານ​ຫູ​ຈິນທາວ ປະ​ທານ​ປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ຍັນ​ດີ​ພ້ອມກັນ​​ກັບ​​ເບຼ​ຊິນ,​ພະຍາຍາມເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ເບຼຊິນກາຍ​ເປັນ​​ແບບຢ່າງ​​ແຫ່ງ​ການສາມັກຄີ​ຮ່ວມ​ມື​ກັນ​ແລະ​ພັດທະນາພ້ອມ​ກັນ​ລະຫວ່າງ​ປະ​ເທດ​ພວມ​ພັດທະນາ.

ທ່ານ​ອາ​ເລນ​ຄາ​ເວົ້າ​ວ່າ,ການ​ຊຸກຍູ້​ການຂະ​ຫຍາຍ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະສາດ​ລະ​ຫວ່າງ​ເບຼຊິນກັບ​ຈີນ​ຢ່າງ​ບໍ່ຢຸດ​ຢັ້ງ​ແມ່ນ​ຄວາມ​ປາ​ຖະໜາ​ຮ່ວມກັນ​ຂອງປະ​ທານາ​ທິ​ບໍດີ,ລັດ​ຖະບານ​ແລະ​ປະຊາຊົນ​​ເບຼຊິນ.

ມື້​ດຽວ​ກັນ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ອາ​ເລນ​ຄາ​ຍັງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະ​ຖົມມະ​ເລີກ​ຂອງ​ຄະ​ນະ​ກຳມະ​ການ​ປະສານ​ງານ​ແລະ​ຮ່ວມ​ມື​ກັນຊັ້ນ​ສູງ​ຈີນ-​ເບຼຊິນ​.​ໃນ​ກອງ​ປະຊຸມ​ດັ່ງກ່າວ,ຝ່າຍ​ຈີນ​ກັບ​ຝ່າຍ​ເບຼ​ຊິນ​ໄດ້​ຫາລື​ຕົກລົງ​ວ່າ,ຈະ​ຈັດ​ເອົາ​ກົນ​ໄກ​ຮ່ວມ​ມື​​ໃນ​ດ້ານ​ຕ່າງໆ ​ເຊັ່ນ,ຫາລື​ການ​​ເມືອງ​ພ້ອມ​ດ້ວຍ​ເສດຖະກິດ​ການ​ຄ້າ,ວິທະ​ຍາສາດ​​ເຕັກ​ໂນ​ໂລ​ຢີ,ການ​ຮ່ວມ​ມື​ດ້ານ​ເຕັກນິກ​ອະວະ​ກາດ,ວັດທະ​ນະທຳ​ແລະ​ກະສິກຳ​ເປັນ​ຕົ້ນ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ລະຫວ່າງ​ສອງ​ປະ​ເທດເຂົ້າ​ໃນ​ຄະນະ​ກຳມະການ​ດັ່ງກ່າວ.ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງສອງ​ປະ​ເທດຍັງ​ໄດ້​ເຊັນເອກະສານ​​ຮ່ວມ​ມື​ຕ່າງໆ.