ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Friday    Apr 25th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-27 20:25:05    
ອົງ​ການ​ປົກ​ຄອງ​ເຂດ​ກວາງ​ຊີ​ໄປ​ໂຄ​ສະ​ນາ​ງານ​ເອັກສ໌​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ 3 ຢູ່ 4 ປະ​ເທດ​ອາ​ຊຽນ

cri Author: da
ຕາມ​ຂ່າວສານ​ຈີນ:ວັນ​ທີ 28 ມີນາ ທ່ານ​ລູ້​ປິນ ປະທານ​ເຂດ​​ກວາງ​ຊີ​ເຜົ່າ​ຈ້ວງ​ປົກຄອງ​ຕົນ​ເອງ​ຈະ​ພາຄະ​ນະ​ຜູ້​ແທນ​ອົງການ​ປົກຄອງ​ເຂດ​ກວາງຊີ​ເດີນທາງ​ໄປ​ຢ້ຽມຢາມ 4 ປະ​ເທດ​ອາ​ຊຽນຄື ​ຟີ​ລິບ​ປິນ ບຼູ​ໄນ ສິງກະ​ໂປ ​ແລະ​ມຽນມາ,​ໂຄສະນາ​ງານ​ເອັກສ໌​ໂປ​ຈີນ​ອາ​ຊຽນຄັ້ງທີ 3 .

ວັນ​ທີ 27 ມີນາ ​ໃນ​ເວລາ​ຕ້ອນຮັບ​ການ​ສຳພາດ​ຂອງ​ນັກ​ຂ່າວ​ຂ່າວສານ​ຈີນ,ທ່ານ​ລູ້​ປິນ​ເວົ້າວ່າ,​ໃນ​ໄລຍະ​ຢ້ຽມຢາມ,ທ່ານ​ຈະ​ເຂົ້າ​ຢ້ຽມຄ່ຳ​ນັບຜູ້ນຳ 4 ປະ​ເທດ,​ເຊື້​ອ​ເຊີນ​ພໍ່ຄ້າ​ຂອງ 4 ປະ​ເທດ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ແລະ​ງານ​ເອັກສ໌​ໂປ​ຢ່າງຈິງ​ອົກ​ຈິງ​ໃຈ.ຄະນະ​ຜູ້​ແທນ​​ເຂດກວາງຊີ​ຍັງ​ຈະ​ເຈລະຈາ​ກັບ​ພໍ່ຄ້າ​ຜູ້​ສຳ​ຄັນ​ຂອງ 4 ປະ​ເທດ,​ຂໍ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເຮັດ​ແນ​ໃດ​ຈັດ​ງານ​ເອັກສ໌​ໂປ​ໃຫ້​ດີ​ນຳພໍ່ຄ້າ​ທີ່ຮ່ວມ​ງານ,​ໂດຍ​ສະ​ເພາະ​ແມ່ນ​ຈໍ່​ຕົວ​ຂຶ້ນ​ເປັນ​ກົນ​ໄກ​ແນວ​ໃດ,ຊຸກຍູ້​ໃຫ້​ງານ​ເອັກສ໌​ໂປ​ພັດທະນາ​ເປັນ​ຢ່າງ​ດີ​ເປັນ​ເວລາ​ດົນ​ນານ,ສ່ອງ​ແສງ​ຢ່າງ​ເຕັມທີ່ໃຫ້​ເຫັນ​ຈຸດ​ພິ​ເສດທີ່​ຈີນ​ກັບ 10 ປ​ະ​ເທດ​ອາ​ຊຽນຮ່ວມ​ກັນ​ຈັດ​ງານ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040