|
 |
(GMT+08:00)
2006-03-27 20:39:14
|
 |
ກະຊວງສາທາລະນະສຸກຈີນກຳນົດຢ່າງຈະແຈ້ງວ່າ ຫ້າມຂາຍອະໄວຍະວະຂອງຄົນ
cri
Author: da
ຕາມຂ່າວCRI: ຕາມຂ່າວຈາກກະຊວງສາທາລະນະສຸກຈີນ,ຫວ່າງມໍ່ໆນີ້ ກະຊວງສາທາລະນະສຸກຈີນໄດ້ວາງຂໍ້ກຳນົດກ່ຽວກັບການຄຸ້ມຄອງການຍ້າຍອະໄວຍະວະຂອງຄົນ,ໄດ້ກຳນົດຢ້າງແຈ່ມແຈ້ງວ່າ ຫ້າມຂາຍອະໄວຍະວະຂອງຄົນ.
ຂໍ້ກຳນົດດັ່ງກ່າວທີ່ຈະເລີ່ມປະຕິບັດແຕ່ວັນທີ 1 ກໍລະກົດປີນີ້ເປັນຕົ້ນໄປນັ້ນ,ໄດ້ກ່າວເນັ້ນວ່າ,ຕໍ່ການທີ່ບໍ່ສອດຄ່ອງກັບກົດໝາຍກົດບັນຍັດແລະຫຼັກການຈັນຍາທຳແພດສາດນັ້ນ,ຫ້າມຍ້າຍອະໄວຍະວະ.ກ່ອນຈະຍ້າຍອະໄວຍະວະຂອງຄົນແຕ່ລະເທື່ອ,ອົງການປີ່ນປົວຕ້ອງອະທິບາຍຄວາມຊອບກົດໝາຍແຫຼ່ງຂອງອະໄວຍະວະຄົນ,ທັງຕ້ອງຫາລືກັນຢ່າງເຕັມສ່ວນໃນດ້ານເຕັກນິກ.ນອກນີ້,ອະໄວຍະວະທີ່ອົງການປິ່ນປົວຈະໃຊ້ໃນການຜ່າຕັດນັ້ນ ຕ້ອງໄດ້ຮັບຄວາມເຫັນດີທາງລາຍລັກອັກສອນຈາກຜູ້ບໍລິຈາກ.
ຂໍ້ກຳນົດນີ້ຍັງຮຽກຮ້ອງໃຫ້ເພີ່ມທະວີການຄຸ້ມຄອງຕໍ່ອົງການປີ່ນປົວທີ່ດຳເນີນການຍ້າຍອະໄວຍະວະ,ແລະໄດ້ວາງຄາດໝາຍອັນລະອຽດຕໍ່ພະນັກງານ ອຸປະກອນ ແລະເຕັກນິກເປັນຕົ້ນຂອງອົງການປີ່ນປົວ.
|
|
|