ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-28 16:05:52    
ຈີນ​ໄດ້​ກາຍ​ເປັນ​ຕະ​ຫຼາດ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ໃຫຍ່​ທີ​ສອງ​​ຂອງ​ອົສຕຼາລີ​ໃນ​ອາ​ຊີ

cri

ຕາມ​ຂ່າວສານ​ຊິນ​ຮວາ:ປະຈຸ​ບັນ,ນອກ​ຈາກຍີ່ປຸ່ນ​ແລ້ວ,ຈີນ​ໄດ້​ກາຍ​ເປັນ​ຕະຫຼາດ​ແຫຼ່ງນັກ​ທ່ອງ​ທ່ຽວ​ໃຫຍ່ທີ່2​ຂອງ​ອົສຕຼາລີ​​​ໃນ​ອາຊີ.

ຫວ່າງ​ມໍ່​ໆ​ນີ້,ທ່ານສະກ໌ອດ ​ໂມຣີຊັນ ຜູ້ອຳ​ນວຍການ​ໃຫຍ່ບໍລິຫານ​ກົມ​ການທ່ອງທ່ຽວ​ຂອງ​ອົສຕຼາລີ​​​ໄດ້ເຜີຍ​​ໃຫ້​ຮູ້​ຂ່າວດັ່ງກ່າວ​ໃນ​ກອງ​ປະຊຸມ​​ໂຄສະນາແຜນການ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ.

ຕາມ​ການແນະນຳ​,ອົສ​ຕຼາລີ​ແມ່ນ​ປະ​ເທດຝ່າຍຕາ​ເວັນ​ຕົກ​ປະ​ເທດທຳ​ອິດທີ່​ກາຍ​ເປັນ​ຈຸດ​ໝາຍ​ທ່ອງ​ທ່ຽວ​ຂອງ​ພົນລະ​ເມືອງຈີນດ້ວຍ​ຄ່າ​ຕົນ​ເອງ,"ການທ່ອງທ່ຽວ​ໃນ​ລະດູກົງກັນຂ້າມ"ທີ່​ຄົນ​ຈີນ​ມັກ​ນັ້ນແມ່ນ"ຂອງ​ດີ​ວິ​ເສດ"ຂອງ​ອົສຕຼາລີ​ທີ່​ດູດ​ດຶງ​ນັກ​ທ່ອງ​ທ່ຽວ​ຈີນ.ຕົວ​​ເລກ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,ປີ​ກາຍ​,ຄົນ​ຈີນ​​ໄປທ່ອງ​ທ່ຽວ​ອົສຕຼາລີ​ໄດ້​ເ​ພີ່ມ​ຂຶ້ນ13%,ຄື​ບັນ​ລຸ​ເຖິງ2​ແສນ8ໝື່ນ5ພັນ​ເທື່ອຄົນ.

ທ່ານ​ໂມຣີຊັນ​ກ່າວ​ວ່າ,ຍຸດ​ໂທ​ບາຍ​ກວມ​ລວມ​ຂອງ​ກົມ​ທ່ອງທ່ຽວ​ອົສຕຼາລີ​ຢູ່​ຈີນ​ແມ່ນ:​ເກາະ​​ແຂ​ຍກັບ​ລັດຖະບານ​ຈີນ​ແລະ​ຂະ​ແໜງ​ການດຽວ​ກັນ​ຂອງ​ອົສຕຼາລີ,ສະໜອງການທ່ອງທ່ຽວ​ທີ່​ມີ​ຄຸນ​ນະພາ​ບສູງ​ໃຫ້​ຜູ້​ບໍລິ​ໂພກຈີນ,​ເພື່ອ​ບັນລຸ​ການ​ເພີ່ມ​ຂຶ້ນ​ແບບ​ຍຶນຍົງ​ທີ່ຍາວ​ນານ​ແລະ​ໝັ້ນ​ທ່ຽງ.