ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-28 20:46:46    
ຈີນ​ຫວັງ​ໃຫ້​ກອງ​ປະຊຸມ 6 ປະ​ເທດ​ຈະ​ຊ່ອຍ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ

cri Author: da
ຕາມ​ຂ່າວ​CRI: ວັນ​ທີ 28 ມີນາ ຢູ່​ປັກ​ກິ່ງ ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ວ່າ, ຈີນ​ຫວັງ​​ໃຫ້ກອງ​ປະຊຸມ 6 ປະ​ເທດ​ຈະ​ຊ່ອຍ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ອີຣານ​ໂດຍ​ຜ່ານ​ການ​ເຈລະຈາ.

ຕາມ​ຂ່າວ​ແຈ້ງວ່າ,​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ສະ​ໄຕ​ໄມ​ເອີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຢຍລະ​ມັນ,​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຂອງ 5 ປະ​ເທດຄື ອາ​ເມ​ລິ​ກາ ລັດ​ເຊຍ ຈີນ ອັງກິດ​ແລະ​ຝຣັ່ງຈະ​ເດີນ​ທາງ​ໄປ​ແບກ​ແລງ​ໃນ​ວັນ​ທີ 30 ມີນາ,​ເພື່ອ​ປະສານ​ງານ​ຫຼັກ​ໝັ້ນ​ໃນ​ບັນຫາ​ນິວ​ເຄຼຍອິ​ຣານ.

​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ​ຊິນ​ກ່າງ​ເວົ້າວ່າ,ຝ່າຍ​ຈີນ​ໄດ້​ຮັບ​ກ້ານ​ເຊີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ 6 ປະ​ເທດ​ແລ້ວ,​ພວມ​ຕັ້ງ​ໜ້າ​ພິຈາລະ​ນາຢູ່.​ຝ່າຍ​ຈີນ​ຫວັງ​ໃຫ້​ກອງ​ປະຊຸມ​ຈະ​ຊ່ອຍ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ອີຣານ​ໂດຍ​ຜ່ານ​ການ​ເຈ​ລະຈາ.

ທ່ານ​ຊິນ​ກ່າງ​ຍັງ​ເວົ້າ​ວ່າ,ຝ່າຍ​ຈີນ​ເຫັນ​ວ່າ,ການ​ແກ້​ໄຂບັນຫາ​ນິວ​ເຄຼຍ​ອີຣານ​​ໃນຂອບ​ອົງ​ການ​ພະລັງງານ​ປະລະມາ​ນູສາ​ກົນ​ໃນ​ສະ​ເພາະ​ໜ້າ​ນີ້​ຍັງ​ມີ​ຊ່ອງ​ຫວ່າງ​ຢູ່,ປະຊາ​ຄົມ​ໂລກ​ບໍ່​ຄວນ​ປະລະ​ຄວາມ​ພະຍາຍາມ.