ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-29 16:24:14    
ຈີນ​ຈະ​ເລີ່ມ​ປະ​ຕິ​ບັດ​"ໂຄງ​ການ​ໃຫ້​ຊາວ​ກະ​ສິ​ກອນ​ຫຼິ້ນ​ກິ​ລາ​ຫັດ​ກາຍ"

cri Author: da
ຕາມ​ຂ່າວCRI: ວັນ​ທີ 29 ມີນາ ຢູ່​ປັກ​ກິ່ງ ທ່ານ​ເຟີ​ງຈ້ຽນຈົ່ງ ຮອງ​ຫົວໜ້າ​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ເວົ້າວ່າ,​ພາຍ​ໃນ 5 ປີຂ້າງ​ໜ້າ,ລັດຖະບານ​ຈີນ​ຈະ​ຍາດ​ແຍ່ງ​ໃຫ້ໝູ່​ບ້ານ 1 ສ່ວນ 6 ​ໃນ​ທົ່ວ​ປະ​ເທດຢ່າງ​ໜ້ອຍສ້າງ​ເດີ່ນບານ​ບ້ວງ​​​ຊີມັງທີ່​ໄດ້​ມາດຖານ​ແຫ່ງ​ໜຶ່ງແລະ​ໂຕະ​ຫຼິ້ນ​ປິ່ງ​ໂປ່​ງນອກ​ຫ້ອງ 2 ​ໂຕະ.

ຈຸດປະສົງ​ດັ່ງກ່າວ​ທີ່​ທ່ານ​ເຟີ​ງຈ້ຽນຈົ່ງ​ປະກາດ​ນີ້,​ແມ່ນ​ພາກສ່ວນ​ປະກອບ​ອັນ​ໜຶ່ງ​ໃນ​ແຜນການ​ຍາວ​ນານ​ຂອງ​ລັດຖະບານ​ຈີນ​ທີ່​ວາງ​ອອກເພື່ອ​​ປົວ​ແປງ​ເງື່ອນ​ໄຂ​ຫັດກາຍ​ຂອງ​ຊາວ​ກະສິກອນ​ຈີນ​ໃຫ້​ດີ​ຂຶ້ນ.ທ່ານ​ເຟີ​ງຈ້ຽນຈົ່ງ​ແນະນຳ​ວ່າ,​ແຜນການ​"ໂຄງການ​ໃຫ້​ຊາວ​ກະສິກອນຫຼິ້ນ​ກິລາ​ຫັດກາຍ"ນີ້,​ເນື້ອ​ໃນຕົ້ນຕໍ​ມີ​ດັ່ງ​ລຸ່ມ​ນີ້​:ຖື​ການສ້າງ​​ອຸປະກອນກິລາ​ສາທາລະນະ​ຂະໜາດ​ນ້ອຍທີ່​ລາຄາ​ຖືກ​ແລະ​ໃຊ້​ໄດ້​ໂດຍ​ທົ່ວ​ໄປ​ຢູ່​ຊົນນະບົດ​ອັນ​ໄພສານ​ຂອງ​ຈີນ​​ເປັນ​ຈຸດ​ໜັກ,ສ້າງ​ສະໜາມກິລາ​ຢູ່​ຄຽງ​ຂ້າງ​ຊາວ​ກະສິກອນ,ພ້ອມທັງຊຸກຍູ້​ການ​ສ້າງສາ​ອົງການ​ຈັດຕັ້ງກິລາ​​​ໃນຊົນນະບົດ,​ດຳ​ເນີນ​ການ​ເຄື່ອນ​ໄຫວ​ກິລາ​ຊົນນະບົດ​ຢ່າງ​ກວ້າງຂວາງ.​ໂຄງການ​ນີ້​ຈະ​ເລີ່​ມປະຕິບັດ​​ແຕ່​ປີ​ນີ້​ເປັນຕົ້ນ​ໄປ,​ແລະ​ຈະ​ກາຍ​ເປັນ​ວຽກ​ງານ​ສຳຄັນ​ລາຍ​ໜຶ່ງ​ຂອງ​ຂະ​ແໜງ​ການ​ບໍລິຫານ​ກິລາ​ຈີນ​ພາຍ​ໃນ​ໄລຍະ​ຍາວ​ສົມຄວນຂ້າງ​ໜ້ານີ້.