ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-01 18:50:47    
ຫໍສະ​ໝຸດ​ແຫ່ງ​ຊາດ​ຈີນ​ຍຶດ​ໝັ້ນ​ສ້າງ​ຫໍສະ​ໝຸດ​ແບບ​ສາ​ທາ​ລະ​ນະ​ປະ​ໂຫຍດ, ພະ​ຍາ​ຍາມ​ຍົກ​ສູງ​ຄວາມ​ສາ​ມາດ​ປະດິດ​ສ້າງ​ດ້ານ​ການ​ບໍລິ​ການ

cri Author: MO

ຕາມ​ຂ່າວສານ​ຊີ​ນຮວາ: ​ໃນຫຼາຍປີ​ມາ​ນີ້, ຫໍສະ​ໝຸດ​ແຫ່ງ​ຊາດ​ຈີນ​ຍຶດໝັ້ນສ້າງ​ຫໍສະໝຸດ​ແບບ​ສາທາລະນະ​ປະ​ໂຫຍ​ດ, ອອກ​ແຮງ​ປົວ​​ແປງ​ການ​ບໍລິການ, ຕັ້ງໜ້າ​ບຸກ​ເບີກ​ຊ່ອງ​ຫວ່າງ​ການ​ບໍລິການ.

ຕາມ​ໄດ້​ຊາບ, ​ໃນ​ການ​ບໍລິການ, ຫໍສະໝຸດ​ແຫ່ງ​ຊາດ​ຈີນ​ໄດ້​ພົ້ນ​ເດັ່ນ​ຈຸດ​ພິ​ເສດ​ແບບ​ສາທາລະນະ​ປະ​ໂຫຍ​ດ ​ໄຂ​ປະຕູ​ສູ່​ພາຍ​ນອກ ​ແລະ​ດີ​ຈີຕ​ອນ, ​ໄດ້​ເປີກ​ການ​ບໍລິການ​ເວ​ບ​ໄຊ​ຊັບພະຍາກອນ​ດີ​ຈີ​ຕອນ, ​ເປີດປະຕູ​ຊັບພະຍາກອນ​ດີ​ຈີ​ຕອນ​ທີ່​ບໍ່​ມີ​ລິ​ຂະ​ສິດ, ​ໃຫ້​ຜູ້​ອ່ານ​ທົ່ວ​ປະ​ເທດ​ໃຊ້​ຟີ. ຫໍສະໝຸດ​ແຫ່ງ​ຊາດ​ຈີນ​ຍັງ​ເອົາ​ໃຈ​ໃສ່​ປົກ​ປ້ອງ​ສິດ​​ແລະ​ຜົນ​ປະ​ໂຫຍ​ດຂອງ​ສາທາລະນະ​ຊົນ​​ໃນ​ການໄດ້​ຮັບ​ວັດທະນະທຳ, ສົ່ງ​ປື້​ມ​ໄປໃຫ້​ກຳມະກອນ​ຊາວຊົນນະບົດ​ຢູ່​ສະຖານ​ທີ່​ກໍ່ສ້າງ, ​ເປີດປະຕູ​ຫ້ອງ​ອ່ານ​ວາລະສານຕໍ່​ກຳມະກອນ​ກໍ່ສ້າງ; ​ເປີດ​ບໍລິການຫ້ອງ​ອ່ານ​ປື້​ມ​ໃຫ້​ຄົນ​ພິການ​ໂດຍຈຳ​ເພາະ, ສົ່ງ​ປື້​ມ​ແລະ​​CD​ໃຫ້​ເດັກນ້ອຍ​ຢູ່​ໂຮງຮຽນຄົນ​ຕາ​ບອດ; ຍັງ​ຈັດ​ການ​ທັດສະນະ​ສຶກສາ ວາງສະ​ແດງ ງານ​ບັນ​ລະ​ຍາຍ ​ແລະ​​ເປີດ​ບໍລິການ​ຫ້ອງອ່ານ​ແບບ​ຫຼາຍມີ​ເດຍຕໍ່​ເຍົາວະ​ຊົນ​ເປັນຕົ້ນ, ດຳ​ເນີນ​ການ​ເຄື່ອນ​ໄຫວ​ສຶກສາ​ວັດທະນະທຳ​ທີ່ມີຫຼາຍຮູບຫຼາຍ​ແບບ​ແກ່​ຜູ້​ບໍ່​ເຖິງ​ກະສຽນອາຍຸ.

ນອກ​ນີ້, ຫໍສະ​ໝຸດ​ແຫ່ງ​ຊາດ​ຈີນ​ຍັງ​​ໄດ້​ບຸກ​ເບີກຂອບ​ເຂດ​ແລະ​ຂົງ​ເຂດ​ບໍລິການ​ໃຫ້​​ແກ່ອົງການ​ນິຕິບັນຍັດແຫ່ງ​ລັດ​ສ້າງ​ກົດໝາຍ​ແລະ​ຕັດສິນ​ນະ​ໂຍບາຍ, ​ບໍລິການ​​ໃຫ້​ຄຳ​ປຶກສາ​ແກ່​ການ​ເຄື່ອນ​ໄຫວ​ສຳຄັນ​​​ແລະ​ການຕັດສິນຄົ້ນຄວ້ານະ​ໂຍບາຍ​ແກ່​ຜູ້ນຳ​ຂອງ​ລັດ, ​ແລະ​ກອງ​ປະຊຸມ​ປະຈຳ​ປີ​ຂອງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ.