ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-03 20:06:22    
ມະຫາວິທະຍາ​ໄລ​ຝູຕ້ານ​ຊຽງ​ໄຮ້​ສ້າງ​ທຶນ​ສຶກ​ສາ​ໃຫ້​ນັກ​ສຶກ​ສາ​ຕ່າງ​ປະ​ເທດ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 3 ​ເມສາ, ມະຫາວິທະຍາ​ໄລ​ຝູຕ້ານ​ຊຽງ​ໄຮ້​ຂອງ​ຈີນປະກາດ​ຕໍ່​ພາຍ​ນອກ​ວ່າ, ​ແຕ່​ປີນີ້​ໄປ, ມະຫາວິທະຍາ​ໄລ​ຝູຕ້ານ​​ໄດ້ສ້າງ​ທຶນ​ສຶກສາໃຫ້​ນັກ​ສຶກສາ​ຕ່າງປະ​ເທດ​ເປັນຄັ້ງທຳ​ອິດ.

ຕາມ​ທ່ານ​ຢາ​ງ​ເຈິ​ງໂກ ຮອງ​ຫົວໜ້າ​ຫ້ອງການ​ນັກ​ສຶກສາ​ຕ່າງປະ​ເທດຂອງ​ມະຫາວິທະ​ຍາ​ໄລ​ຝູຕ້ານ​ສະ​ເໜີ​ວ່າ, ​ແຕ່​ປີນີ້​​ເປັນຕົ້ນໄປ, ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ເຂົ້າຮຽນ​ຢູ່ມະ​ຫາ​ວິທະຍາ​ໄລ​ຝູຕ້ານ​​ໃນ​ປີນັ້ນລ້ວນ​ແຕ່​ສາມາດ​ຮ້ອງ​ຂໍ​"ທຶນ​ສຶກສາ​ສຳລັບ​ນັກ​ສຶກສາ​ຕ່າງປະ​ເທດຜູ້ໃໝ່ຂອງມະຫາວິທະຍາ​ໄລ​ຝູຕ້ານ", ​ແລະທຶນ​ສຶກສາ​ສຳລັບ​ນັກສຶກສາປະລິນຍາ​ໂທ​ຂອງ​ນັກ​ສຶກສາ​ຕ່າງປະ​ເທດມະຫາວິທະຍ​າ​ໄລ​ຝູຕ້ານ". ມາດຖານ​ປະ​ກວດ​ທຶນ​ສຶກສາ​ສອງ​ປະ​ເພດ​ນີ້, ອັນ​ກ່ອນ​ແມ່ນ​ຖື​ຄະ​ແນນ​ເສັງ​ເຂົ້າ​ໂຮງຮຽນ​ເປັນຫຼັກອ້າງ​ອີງ, ອັນຫຼັງ​ຈະ​​ໃຫ້​ຜູ້​ຊ່ຽວຊານ​ຕີ​ລາຄາ.

ມະຫາວິທະຍາ​ໄລ​ຝູຕ້ານ​ສ້າງ​ຂຶ້ນເມື່ອ​ປີ 1905, ມີ​ຂະ​ແໜງວິຊາຄົບ​ຖ້ວນ, ມີ​ກຳລັງ​ສັງ​ລວມ​ແຂງ​ແຮງ. ປັດຈຸບັນ, ມະຫາ​ວິທະຍາ​ໄລ​ຝູຕ້ານ​ມີ​ນັກ​ສຶກສາ​ຕ່າງປະ​ເທດ​ລວມ 2534 ຄົນ.