ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-03 20:11:21    
ຜູ້ອຳ​ນວຍ​ການ​ແລະ​ບັນ​ນາທິ​ການ​ໃຫຍ່​ຂ່າວ​ສານ​ຊີນ​ຮວາ​ພົບ​ປະ​ຜູ້​ອຳ​ນວຍ​ການ​ຂ່າວ​ສານ​ມາ​ເລ​ເຊຍ

cri Author: mo

ວັນ​ທີ 3 ​ເມສາ, ທ່ານ​ຖຽນ​ຊົງ​ມິ​ງ ຜູ້ອຳ​ນວຍ​ການ​ຂ່າວສານ​ຊີ​ນຮວາ ໄດ້​ພົບ​ປະ​ທ່ານ​ໄຊ​ອິດ ຈາ​ຟາ ປະທານ​ອົງການ​ຂ່າວສານ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ ຜູ້ອຳນວຍການ​ຂ່າວສານ​ມາ​ເລ​ເຊຍ

ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 3 ​ເມສາ, ທ່ານ​ຖຽນ​ຊົງ​ມິ​ງ ຜູ້ອຳ​ນວຍ​ການ​ຂ່າວສານ​ຊີ​ນຮວາ ​ແລະ​ທ່າ​ນນານ​ເຈີ້ນ​ຈົ່ງ ບັນນາທິການ​ໃຫຍ່​​ໄດ້​ແຍກ​ອອກ​ພົບ​ປະ​ທ່ານ​ໄຊ​ອິດ ຈາ​ຟາ ປະທານ​ອົງການ​ຂ່າວສານ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ ຜູ້ອຳນວຍການ​ຂ່າວສານ​ມາ​ເລ​ເຊຍ ພ້ອມ​ດ້ວຍ​ຄະນະ.

ທ່ານ​ຖຽນຊົງ​ມິງ​ໄດ້​ສະ​ເໜີ​ສະພາບ​ພື້ນຖານ​ແລະ​ແຜນ​ພັດທະນາ​ຂອງ​ຂ່າວສານ​ຊີ​ນຮວາ​ໃຫ້​ແຂກ​ຊາບ. ທ່ານ​ກ່າວ​ວ່າ, ຂ່າວສານ​ຊີ​ນຮວາ​ແລະ​ຂ່າວສານ​ມາ​ເລ​ເຊຍ​ໄດ້​ຮັກສາ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​​ຕະຫຼອດມາ, ຫວັງ​ໃຫ້​ການ​ຢ້ຽມຢາມ​ຂອງ​ທ່ານຈາ​ຟາ​ເທື່ອ​ນີ້​ຈົ່ງ​ສາມາດ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ.


ວັນ​ທີ 3 ​ເມສາ, ທ່ານນານ​ເຈີ້ນ​ຈົ່ງ ບັນນາທິການ​ໃຫຍ່​ຂອງຂ່າວສານຊີນຮວາ​ໄດ້​ພົບ​ປະ​ທ່ານ​ໄຊ​ອິດ ຈາ​ຟາ ປະທານ​ອົງການ​ຂ່າວສານ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ ຜູ້ອຳນວຍການ​ຂ່າວສານ​ມາ​ເລ​ເຊຍ

ທ່ານຈາ​ຟາເວົ້າວ່າ, ຂ່າວສານ​ມາ​ເລ​ເຊຍ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ຮ່ວມ​ມື​ກັບ​ຂ່າວສານ​ຊີ​ນຮວາ, ຂ່າວສານ​ມາ​ເລ​ເຊຍ​ຈະ​ເພີ່ມ​ທະວີ​ການ​ແຈ້ງ​ຂ່າວ​ກ່ຽວ​ກັບ​ຈີນ, ກຽມ​ສ້າງສາ​ຂາ​ປັກ​ກິ່ງ​ຂອງ​ຂ່າວສານ​ມາ​ເລ​ເຊຍ​ພາຍ​ໃນ​ສອງ​ສາມ​ເດືອນ​ຂ້າງ​ໜ້າ.

ແຂກ​ມາ​ເລ​ເຊຍ​ແມ່ນ​ມາ​ຢ້ຽມຢາມ​ຈີນ​ຕາມ​ຄຳ​ເຊີນ​ຂອງ​ຂ່າວສານ​ຊີ​ນຮວາ.