ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 20:26:57    
ດ່ານມິດຕະພາບ​ຈີນ​ກາຍ​ເປັນ​ທາງ​ສຸວັນ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ອາ​ຊຽນ​ເຂົ້າ​ມາ​ຈີນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ດ່ານ​ມິດຕະພາບຕັ້ງຢູ່​ໃນ​ເມືອງ​ພິງ​ສຽງ​ເຂດ​ກວາງຊີ​ເຜົ່າ​ຈ້ວງ​ປົກ​ຄອງ​ຕົນ​ເອງຂອງ​ຈີນ ພວມ​ຄ່ອຍໆ​ກາຍ​ເປັນທາງ​ສຸວັນ​ສຳລັບນັກ​ທ່ອງ​ທ່ຽວ​ອາຊຽນ​ເຂົ້າມາ​ທ່ຽວ​ຈີນ.

ບຸກຄົນ​ທີ່​ກ່ຽວຂ້ອງ​ຂອງ​ພະ​ແນ​ກ​ທ່ອງ​ທ່ຽວ​​ເຂດ​ກວາງຊີ​ສະ​ເໜີ​ວ່າ, ​​ແຕ່​ຕົ້ນປີ​ນີ້​ມາ, ນັກ​ທ່ອງ​ທ່ຽວ​ຂອງ​ຫວຽດນາມ ​ມາ​ເລ​ເຊຍ ​ແລະ​ສິງກະ​ໂປ​ເປັນຕົ້ນ​ໄດ້​ຜ່ານ​ດ່ານ​ມິດຕະພາບ​ເຂົ້າ​ເມືອງ​ເພື່ອ​ທ່ຽວ​​ແຫ່ງ​ຕ່າງໆ​ເຂດ​ກວາງຊີ​​ປະມານ 3 ໝື່ນ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນຫຼາຍກວ່າ​​​ເວລາ​ດຽວ​ກັນ​ຂອງປີ​ກາຍ​ນີ້​ເກືອບ 40%.

ດ່ານ​ມິດຕະພາບ​ແມ່ນ​ຈຸດ​ສຳຄັນບົນ​ເສັ້ນທາງບົກ​ທີ່​ສະດວກ​ກວ່າ​ໝູ່​ແຕ່​ຈີນ​ເນັ່ງ​ໄປຫາ​ຫວຽດນາມ​ແລະ​ອາຊີ​ອາ​ຄະ​ເນ. ​ໃນທ້າຍ​ປີ​ກາຍ​ນີ້, ທາງ​ດ່ວນ​ແຕ່​​ເມືອງນານ​ນິງ​ເຂດ​ກວາງຊີ​​ເນັ່ງໄປ​ຮອດ​ດ່ານ​ມິດຕະພາບ​ ​ເຊິ່ງ​ເປັນທາງ​ດ່ວນ​​ເສັ້ນທຳ​ອິດ​ທີ່​ຈີນ​ເຊື່ອມ​ຕໍ່​ກັບປະ​ເທດ​ອາຊຽນ​ແລ່ນ​​ລົດ​ໄດ້​ໝົດ​ສາຍ, ອັນ​ໄດ້​ຊຸກ​ຍູ້​ໃຫ້​ດ່ານ​ມິດຕະພາບ​ກາຍ​ເປັນ"ທາງ​ສຸວັນ"ທ່ອງ​ທ່ຽວ​ຕື່ມ​ອີກ. ປັດຈຸບັນ, ​​ຈາກ​ເມືອງ​ນານ​ນິງຂັບ​ລົດ​ໄປ​ເມືອງ​ຮ່າ​ໂນ້​ຍ ນະຄອນຫຼວງຫວຽດນາມ​ບໍ່​ຮອດ 5 ຊົ່ວ​ໂມງ.