ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 20:38:28    
ປີ​ກາຍ​ນີ້, ຈີນ​ໄດ້​ຕັດ​ຕົ້ນ​ຝິ່ນ 2 ລ້ານ 5 ​ແສນ 5 ໝື່ນ​ຕົ້ນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 6 ​ເມສາ, ກະຊວງ​ປ້​ອງກັນ​ຄວາມ​ສະຫງົບ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ປີ​ກາຍ​ນີ້, ຝ່າຍ​ຕຳຫຼວດຈີນ​​ໄດ້ໃຊ້​ເຕັກນິກ​ຢັ່ງ​ແທກ​ໄລຍະ​ໄກ​ຕັດ​ຕົ້ນ​ຝິ່ນ 2 ລ້ານ 5 ​ແສນ 5 ໝື່ນ​ຕົ້ນ.

ໃນ​ງານ​ຊຸມ​ນຸມນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ທີ່​ປັກ​ກິ່ງ, ທ່ານ​ລິວ​ຊົ້ວ ຮອງ​ຫົວໜ້າ​ກົມວິທະຍາສາດ​ເຕັກນິກກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ກ່າວ​ວ່າ, ປັດຈຸບັນ​, ພາຍ​ໃນ​ປະ​ເທດ​ຈີນ​ໄດ້​ມີ​ການ​ປູກ​ຕົ້ນຝິ່ນ​ເລັກໆ​ນ້ອຍໆ, ຕົ້ນຕໍ​ຢູ່​ເຂດ​ພູ​ເຂົາ​ແລະ​ເຂດ​ປ່າ​​ໄມ້​ທີ່​ຄົມມະນາຄົມ​ບໍ່​ສະດວກ. ​ໃນ​ທ້ອງ​ຖິ່ນ​ເຫຼົ່ານີ້​ພູມ​ສັນຖານສັບສົນ​ທີ່​ສຸດ, ​ໃຫ້​ຄົນ​ກວດການັ້ນ​ແມ່ນ​​ເລື່ອງຍາກ​ຫຼາຍ. ​ແຕ່​ໃຊ້​ເຕັກນິກ​ຢັ່ງ​ແທກ​ໄລຍະ​ຜ່ານ​ດາວ​ທຽມ​ມາ​ຢັ່ງ​ແທກ​ຕົ້ນຝິ່ນທີ່​ປູກ​ຢ່າງ​ຜິດ​ກົດໝາຍ​ນັ້ນ, ຈະ​ຊ່ອຍຂະ​ແໜງ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຈີນເກືອບ​ຫ້າມ​ແລະ​ຈຳກັດ​ຢາ​ເສບຕິດ​.

ໃນຫຼາຍປີ​ມາ​ນີ້, ຂະ​ແໜງ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້​ສ້າງ"ສາ​ງຕົວ​ເລກ​ຂໍ້​ມູນ​ຂ່າວສານ​ຢາ​ເສບ​ຕິດ​ທົ່ວ​ປະ​ເທດ"​ແລະ"ສາງ​ຕົວ​ຢ່າງ​ຢາ​ເສບ​ຕິດ​ທົ່ວ​ປະ​ເທດ", ​​ອັນໄດ້​​ໃຫ້​ຄວາມ​ຄ້ຳປະກັນ​ດ້ານ​ເຕັກນິກ​ແກ່​ການ​ໂຈມ​ຕີການ​ຕ້ອງ​ໂທດ​ຢາ​ເສບ​ຕິດຕື່ມ​ອີກ.