ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-12 21:17:40    
ທ່ານ​ຫູ​ຈີນທ່າວ​ຈະ​ພົບ​ປະ​ທ່ານ​ຫຼຽນ​ຈ້ານ​ອີກ​ໃນ​ໄລ​ຍະ​​​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​

cri

ຕາມ​ຂ່າວສານ​ຊິ​ນຮວາ:ວັນ​ທີ12 ​ເມສາ,ທ່ານ​ເຊັນ​ຢຸນລີ​ນ ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ສູນ​ກາງ​ພັກກອມ​ມູນິດ​ຈີນກ່າວ​ວ່າ,ທ່ານ​ຫູ​ຈີນ​ທ່າວ ​ເລ​ຂາ​ທິການ​ໃຫຍ່ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຈະ​ພົບ​ປະ​ທ່ານ​ຫຼຽນຈ້າ​ນ ປະ​ທານກິ​ຕິ​ມະ​ສັກ​ພັກ​ກົກ​ມິນ​ຕັງ​ຈີນ​ອີກ​ເທື່ອໜຶ່ງ​ໃນ​​ໄລຍະ​ເວທີ​ປາ​ໄສ​ເສດ​ຖະກິດ​ການ​ຄ້າລະຫວ່າງ​ສອງ​ຝັ່ງ.

ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ​​ຈະ​ຈັດ​ຂື້ນ​ຢູ່​ປັກ​ກິ່ງ​ແຕ່​ວັນ​ທີ14 ​ຫາ​ວັນ​ທີ15​ ​ເມສາ.

ຕາມ​ໄດ້​ຊາບ,​ເວທີ​ປາ​ໄສ​ຄັ້ງນີ້​ຈະ​ຖື​ການ​ແລກປ່ຽນ​ເສດຖະກິດ​ການ​ຄ້າ​​ແລະ​ການ​ໄຂ​ສາຍ​ການບີນ​ໂດຍ​ກົງລະຫວ່າງ​ສອງ​ຝັ່ງເປັນ​ຂໍ​ປະ​ເດັ່ນ,ສຳ​ມະ​ນາ​ຫົວ​ຂໍ​ຄື​ຜົນ​ສະທ້ອນ​ຂອງ​ການ​ແລ​ກປ່ຽນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ສອງ​ຝ່າຍ;ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ທາງ​ກະສິກຳ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ;ຜົນ​ສະທ້ອນ​ຂອງ​ການ​ໄຂ​ສາຍ​ການ​ບີນ​ໂດຍ​ກົງ​ລະຫວ່າງ​ສອງ​ຝັ່ງຕໍ່​ຍຸດ​ໂທ​ບາຍ​ພັດທະນາ​ຜະລິດຕະກຳ​ແລະ​ການຈັດ​ວາງ​ວິ​ສາ​ຫະກິດ​​ໃນ​ທົ່ວ​ໂລກ.​ໃນ​ເວລາ​ນັ້ນ,ຊັ້ນ​ສູງ​ພັກ​ກອມ​ມູນິດ​ຈີນ​ແລະພັກກົກ​ມິນ​ຕັງ,ຜູ້ຮັບຜິດຊອບ​ວິ​ສາ​ຫະກິດ​​ທີ່​ກ່ຽວຂ້ອງອົງການ​ອຸດສາຫະກຳ​ການ​ຄ້າ​ແລະ​ຜູ້​ຊ່ຽວຊານ​ແລະ​ນັກປາດ​ຂອງ​ວົງ​ການ​ເສດ​ຖະກິດ​ເປັນ​ຕົ້ນລວມ300ຄົນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ.