ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-13 17:33:05    
ທ່ານ​ລຽນ​ຈ້ານ​ພ້ອມ​ດ້ວຍ​ຄະນະ​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝັ່ງ

cri Author: da

ຕາມ​ຂ່າວCRI:ຕອນ​ບ່າຍວັນ​ທີ 13 ​ເມສາ ທ່ານ​ລຽນ​ຈ້າ​ນ ປະທານກິ​ຕິ​ມະ​ສັກ​ພັກ​ກົກ​ມິນ​ຕັງ​ຈີນ​ໄດ້​ນຳພາ​ຄະນະ​ຈາກ​ໄຕ້​ຫວັນ​ແວ່​ຮົງ​ກົງ​ມາ​ຮອດ​ປັກ​ກິ່ງ,​ເຂົ້າຮ່ວມກອງ​ປະຊຸມ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ສອງ​ຝັ່ງ​​ທີ່​ຈະຈັດ​ຂຶ້ນ​​ໃນ​ວັນ​ທີ 14 ​ເມສາ.

ທ່ານ​ລຽນ​ຈ້າ​ນ​ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ເດີ່ນຍົນ​ສາກົນ​ນະຄອນ​ປັກ​ກິ່ງ​ວ່າ,​ໃຕ້​ທ່ວງທ່າ​​ໂລກາ​ພິວັດ​​ສະ​ເພາະ​ໜ້າ​ນີ້,ການ​ພົວພັນ​ດ້ານເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ​ສະໜິດ​ແໜ້ນ​ທີ່​ສຸດ.ທ່ານ​ຄອງ​ຄອຍ​ສອງ​ຝັ່ງ​ພ້ອມ​ກັນ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​​ຕ່າງ​ອຳນວຍ​ຄວາມ​ສະດວກ​ແກ່​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຢູ່​ໃຕ້​ໂຄງ​ລ່າງ​ສັນຕິພາບ​ແລະ​ໄດ້​ຮັບ​ຜົນ​ທັງ​ສອງ​ຝ່າຍ,​ເພື່ອ​ຍົກ​ລະດັບຄວາມສຸກ​ຂອງ​ປະຊາຊົນ​ໃຫ້ສູງ​ຂຶ້ນ,ຊຸກຍູ້​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ສັງຄົມ.

ຕາມ​ຊາບວ່າ,ກອງ​ປະຊຸມ​ເວທີ​ປາ​ໄສ​ຄັ້ງນີ້​ຈະ​ດຳ​ເນີນ​ສອງ​ມື້,ຂໍ້ປະ​ເດັນຕົ້ນຕໍ​ແມ່ນ​ການ​​ແລກປ່ຽນ​ທາງ​ເສດຖະກິດ​ການ​ຄ້າ​ແລະ​ການ​​ເດີນອາກາດ​ໂດຍ​ກົງ​ລະຫວ່າງ​ສອງ​ຝັ່ງ​.​​ໃນ​ໄລຍະ​ນີ້,ທ່ານ​ຫູ​ຈິນທາວ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຈະ​ພົບ​ປະ​ທ່ານ​ລຽນ​ຈ້າ​ນ.