ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-13 22:53:44    
ເປັນຫຍັງແມງມຸມຈຶ່ງໄຕ່ຢູ່ເທິງເພດານໄດ້ຕາມສະບາຍ

cri

ແມງມຸມທີ່ໜ້າຕາຮ້າຍບໍ່ໜ້າຮັກຈັກເມັດ,ໂດຍສະເພາະແມ່ນໃນເວລາມັນໄຕ່ຢູ່ເທິງເພ
ດານໃນຫ້ອງນ້ຳ.ແຕ່ວ່າກ່ອນທ່ານປິນຂຶ້ນປິນລົງໄລ່ຂ້າມັນນັ້ນ,ທ່ານ ລອງຄົ້ນຄວ້າເບ່ິງ
ວ່າ,ເປັນຫຍັງແມງມຸມຈຶ່ງໄຕ່ຢູ່ເທິງເພດານໄດ້ສະບາຍແທ້?

ນັກວິທະຍາສາດເຢຍລະມັນປະກົດເຫັນວ່າ,ຕີນຂອງແມງມຸມເຕັມໄປແຕ່ຂົນແຂງທີ່
ໜຽວທີ່ສຸດ,ເຖິງວ່າເອົາຫົວສັກລົງ,ຕີນຂອງມັນກໍສາມາດຕິດຢູ່ເພດານທົນນ້ຳໜັກໄດ້
ເຖິງ 173 ເທົ່າຂອງນ້ຳໜັກກະໂຕມັນເອງ.

ທ່ານອານດິຼວ ມັກຕິນແລະຜູ້ຮ່ວມງານຂອງທ່ານໃນສະຖາບັນຄົ້ນຄວ້າສັດຕະວະສາດ
ແລະໄບໂອນິກຄືເຕັກນິກຄົ້ນຄວ້າຮຽນແບບ ສິ່ງມີຊີວິດໄບຼເມຂອງເຢຍລະມັນໄດ້ແນະ
ນຳໃນວາລະສານ"ອຸປະກອນແລະອົງ ປະກອບສະໝອງກົນ"ວາລະສານວິຊາສະ
ເພາະສະບັບໃໝ່ວ່າ,ພວກເຂົາເຈົ້າໄດ້ໃຊ້ກ້ອງຈຸນລະທັດເອເລັກໂຕຼນິກມາສັງເກດຕີນ
ຂອງແມງມຸມກະໂດດໂຕນ້ອຍໆຊະນິດໜຶ່ງ.ຮູບທີ່ບັນທຶກໄວ້ຢືນຢັນວ່າ, ກໍຄືກັບແມງ
ມຸມອື່ນໆ,ຕີນຂອງມັນມີຂົນແຂງຍາວໆຊັ້ນໜຶ່ງ,ພື້ນຕີນຍັງມີຂົນແຂງແຫຼມໆສາມຫຼ່ຽມ
ຍິ່ງຖີ່ໆ.

ທ່ານມັກຕີນເວົ້າວ່າ,ອົງປະກອບເຫຼົ່ານີ້ນັກວິທະຍາສາດໄດ້ຮູ້ມາກ່ອນແລ້ວ,ໂຕຈີ່ຈ້ຽມ
ກໍເປັນແນວນີ້,ແຕ່ບໍ່ເຄີຍມີຄົນລົງເລິກວິໄຈອົງປະກອບຊະນິດນີ້.ບັນດານັກວິທະຍາສາດ
ໄດ້ໃຊ້ເຕັກນິກທີ່ມັກໃຊ້ເລື້ອຍໆມາວັດແທກ ກຳລັງແຮງລະຫວ່າງຕີນແມງມຸມກັບພື້ນ
ທີ່ມັນຈັບຢູ່.ຜົນການຄິດໄລ່ສະແດງໃຫ້ເຫັນ ວ່າ,ໃນເວລາແມງມຸມຈັບຢູ່ເທິງເພດານ,
ແລະຂົນແຂງປະມານ 6 ໝື່ນເສັ້ນຕາມຕີນຂອງມັນຕິດກັບເພດານແຈບໆໝົດນັ້ນ,ມັນ
ສາມາດທົນເອົານ້ຳໜັກທໍ່ກັບ 173 ເທົ່າຂອງນ້ຳໜັກໂຕມັນເອງ. ຄວາມຈິງແລ້ວ,ບໍ່ວ່າ
ແມງມຸມຈະຈັບຢູ່ເທິງເພດານຫຼືຢູ່ໜ້າດິນ,ຕີນຂອງມັນກໍບໍ່ແມ່ນຕິດກັບພື້ນທັງໝົດ,ທຳ
ມະດາແລ້ວ,ແຮງດູດຂອງຕີນມັນແມ່ນປະມານ 1 ສ່ວນ 10 ຂອງຕົວເລກດ່ັງກ່າວ.

ນັກວິທະຍາສາດເຫັນວ່າ,ແມງມຸມຈັບຢູ່ຕາມສິ່ງຂອງຕ່າງໆອາດຈະແມ່ນອາໄສກຳລັງ
ດູດວານເດີວາ,ຄືກຳລັງດູດໄຟຟ້າສະຖິດໃນເວລາໂມເລກູນຫ່າງໄກກັນໜ້ອຍທີ່ສຸດ,
ແຕ່ພ້ອມກັນນັ້ນກຳລັງຮຸກຖູກັນແລະກຳລັງອື່ນໆກໍອາດຈະມີບົດບາດ. ຍ້ອນວ່າກຳລັງ
ວານເດິວາພຽງແຕ່ຊົງຕົວຢູ່ລະຫວ່າງສິ່ງຂອງສອງອັນ,ແລະບໍ່ຖືກຜົນສະທ້ອນຈາກສ່ິງ
ແວດລ້ອມ,ສະນັ້ນນັກວິທະຍາສາດຫວັງຢາກໃຊ້ປະກົດການດັ່ງກ່າວມາກະຕຸກຫົວຄິດ
ປະດິດສ້າງບຸກເບີກອຸປະກອນໃໝ່,ເຊັ່ນເຮັດຊຸດອະວະກາດທ່ີສາມາດຕິດເບື້ອງນອກ
ຂອງສິ່ງຂອງໃດໜຶ່ງຢູ່ອະວະກາດຊັ້ນນອກເປັນຕົ້ນ.

ທ່ານຟຼິສ ໂຟລາດ ນັກຊີວະສາດວິວັດທະນາການຂອງມະຫາວິທະຍາໄລອອກສະ
ຟອດອັງກິດຕີລາຄາວ່າ,"ສິ່ງທີ່ເປັນໜ້າສົນໃຈແລະປະຫຼາດນັ້ນແມ່ນ,ພວກເຂົາເຈົ້າ
ໄດ້ຄິດໄລ່ກຳລັງແຮງດັ່ງກ່າວແຮງສ່ຳໃດແລະໄດ້ປະກົດເຫັນວ່າ,ກຳລັງນີ້ແຮງທີ່ສຸດ."
ທ່ານຍັງເວົ້າຕື່ມວ່າ,ແມງມຸມມັກໃຊ້ຕີນໜຽວຂອງມັນໄປຈັບແມງອື່ນໆມາກິນ,ໂດຍສະ
ເພາະແມ່ນຊີວະຊາດປະເພດຜິວກ້ຽງມື່ນເຊັ່ນແມງສາບເປັນຕົ້ນ,ຄວາມຈິງແລ້ວ,ແມງ
ມຸມໃຊ້ຕີນໜຽວຂອງມັນຈັບຢູ່ເທິງເພດານເອົາຫຼັງສູ່ດິນແນວນັ້ນແມ່ນບໍ່ໄດ້ສະບາຍປານ
ໃດ,ແຕ່ຖ້າມັນເຮັດແບບນັ້ນຄອຍຖ້າຈັກ 20 ນາທີແລ້ວຈັບໄດ້ແມງໄມ້ທ່ີມັນເອົາເປັນ
ອາຫານນັ້ນ,ຄິດວ່າກໍຄັກຫຼາຍເຕີບ."