ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-14 17:16:26    
ທ່ານ​ເຈຍ​ຊິ້ງ​ຫຼິນ​ເວົ້າວ່າ,​ແທ່ນ​ແລກ​ປ່ຽນ​ກັນ​ທີ່​ສ້າງ​ໂດຍ​ພັກ​ກົກ​ມິນ​ຕັງ​ກັບ​ພັກ​ກອມ​ມູ​ນິດມີ​ຊ່ອງ​ຫວ່າງ​ອັນ​ກວ້າງ​ຂວາງ

cri Author: da


ຕາມ​ຂ່າວCRI:ວັນ​ທີ 14 ​ເມສາ ຢູ່​ປັກ​ກິ່ງ ທ່ານ​ເຈຍ​ຊິ້ງຫຼິນ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດຈີນ ປະທານສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງຊາດ​ຈີນ​ເວົ້າວ່າ,​ແທ່ນ​ແລກປ່ຽນ​ກັນ​ທີ່​ສ້າງ​ໂດຍ​ພັກ​ກົກ​ມິນ​ຕັງກັບ​ພັກ​ກອມ​ມູນິດ​ມີ​ຊ່ອງ​ຫວ່າງ​ອັນ​ກວ້າງຂວາງ,ຂໍ້​ປະ​ເດັນ​​ແມ່ນ​ໄຂ​ປະ​ຕູ່​ສູ່​ພາຍ​ນອກ,ຊົມ​ເຊີຍ​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ສອງ​ຝັ່ງ​ເຂົ້າຮ່ວມ.

ທ່ານ​ເຈຍ​ຊິ້ງຫຼິນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ກ່າວ​ປາຖະກະຖາ​ໃນ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ສອງ​ຝັ່ງ​ທີ່​​ໄຂ​ຂຶ້ນ​ໃນ​ມື້​ດຽວ​ກັນ.ທ່ານ​ເວົ້າວ່າ,ຝ່າຍ​ທີ່​ກ່ຽວຂ້ອງ​ຂອງພັກ​ກອມ​ມູນິດ​ຈີນກັບ​ພັກ​ກົກ​ມິນ​ຕັງ​ຈີນພ້ອມກັນ​ຈັດ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ສອງ​ຝັ່ງ,ມີ​ຈຸດປະສົງ​ສ້າງ​ແທ່ນ,​ເຊື້ອ​ເຊີນ​ບຸກຄົນ​ຜູ້​ເຫັນກວ້າງມອງ​ໄກ​ໃນ​ວົງ​ການ​ຕ່າງໆ,ມາພ້ອມ​ກັນຫາ​ລື​​ແ​ຜນຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ເຈຍ​ຊິ້ງຫຼິນ​ສະ​ເໜີ​,ຜ່ານ​ຈາກ​ການຈັດ​ເວທີ​ປາ​ໄສ​​ເສດຖະກິດ​ການຄ້າ​ແລະວັດທະນະທຳ​ສອງ​ຝັ່ງ,​ໃຫ້​ສອງ​ຝ່າຍຫາລື​ຫົວ​ຂໍ້​ກ່ຽວ​ກັບ​ການເພີ່ມ​ທະວີການ​ຮ່ວມ​ມື​ທາງ​ເສດຖະກິດ​ແລະ​ການ​ແລກປ່ຽນ​ທາງ​ວັດທະນະທຳ​ລະຫວ່າງ​ສອງ​ຝັ່ງ;ທັງ​ສາມາດ​ຈັດ​ເວທີ​ປາໄສພັດທະນາ​ໂດ​ຍສັນຕິ​ລະຫວ່າງ​ສອງ​ຝັ່ງ,ຫາລື​ຫົວ​ຂໍ້​ອື່ນໆ​ທີ່​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ສົນ​ໃຈ​ນຳ.ທະ​ແນມ​ແຕ່​ແມ່ນ​ຫົວ​ຂໍ້​ທີ່​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ຄວາມສຸກ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ຢູ່​ສອງ​ຝັ່ງ ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ແລກປ່ຽນ​ລະຫວ່າງ​ສອງ​ຝັ່ງ ​ແລະ​ມີ​ການ​ຊ່ອຍ​ເຫຼືອ​​ການພົວພັນລະຫວ່າງ​ສອງ​ຝັ່ງມີ​ສັນຕິພາບ​ ໝັ້ນທ່ຽງ​ແລະ​ຂະຫຍາຍຕົວ​ອອກ​ແລ້ວ,ລ້ວນ​ແຕ່​ຫາລື​ກັນ​ໄດ້.