ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-14 17:26:38    
ເຈົ້າ​ໜ້າ​ທີ່​ອາວຸ​ໂສກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ຫູ​ຈິນ​ທາວ​ຈະ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ລັບ​​ແລະ​ອາ​ຟຼີ​ກາຂະ​ຫຍາຍ​​ໄປ​ໜ້າ​ຕື່ມ​ອີກ

cri Author: da
ຕາມ​ຂ່າວCRI:ວັນ​ທີ 14 ​ເມສາ ຢູ່​ປັກ​ກິ່ງ ທ່ານ​ຢາງ​ເຈ​ສື ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໃກ້​ຈະ​ໄປ​ຢ້ຽມຢາມ​ອາ​ລາ​ບີ ຊາ​ວູດິດ ມາ​ລົກ ນີ​ເຊ​ເລຍ​ແລະ​​ເກນ​ຢາທາງ​ລັດຖະກິດນັ້ນຈະຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ປະ​ເທດອາ​ລັບ​ແລະ​ອາ​ຟຼີກາ​ຂະຫຍາຍ​ໄປ​ໜ້າ​ຕື່ມ​ອີກ.

ທ່ານ​ຢາງ​ເຈ​ສື​ແນະນຳ​ວ່າ,​ໃນ​ໄລຍະ​ຢ້ຽມ​ຢາ​ມ 4 ປະ​ເທດ​ດັ່ງກ່າວ,ທ່ານ​ຫູ​ຈິນທາວ​ຈະ​ເຈລະຈາ​ກັບ​ປະມຸກ​ລັດ 4 ປະ​ເທດດັ່ງກ່າວ,ພົບ​ປະ​ກັບ​ຜູ້ນຳ​ອື່ນ​​ແລະ​ບຸກຄົນ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ຂອງ 4 ປະ​ເທດ,ຈະ​ກ່າວ​ປາຖະກະຖາ​ຢູ່​ອາ​ລາ​ບີ ຊາ​ວູດິດ​ແລະ​ນີ​ເຊ​ເລຍ,ບັນ​ລະ​ຍາຍ​ນະ​ໂຍບາຍ​ແລະ​ເຈດ​ຈຳນົງຂອງ​ຈີນ​ທີ່​ຂະຫຍາຍ​ກາ​ນພົວພັນ​ກັບປະ​ເທດ​ອາ​ລັບ​ແລະ​ປະ​ເທດ​ອາ​ຟຼີກາ​ໃນ​ສະຕະວັດ​ໃໝ່​ຢ່າງຮອບດ້ານ.

ທ່ານ​ຫູ​ຈິນທາວ​ຈະ​ຢ້ຽມຢາມ 4 ປະ​ເທດ​ດັ່ງກ່າວ​ທາງ​ລັດຖະກິດ​ແຕ່​ວັນ​ທີ 22 ຫາ​ວັນ​ທີ 29 ​ເມສາຫຼັງ​ຈາກ​ຢາມ​ອາ​ເມ​ລິ​ກາ​ແລ້ວ.