ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-15 18:38:48    
ຝ່າຍ​ແຜ່ນ​ດິນ​ໃຫຍ່​ປະ​ກາດ​ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ຫຼາຍ​ຂໍ້​ອຳ​ນວຍ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ

cri Author: da
ຕາມ​ຂ່າວCRI: ວັນ​ທີ 15 ​ເມສາ ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ສອງ​ຝັ່ງ​ໄດ້ອັດ​ລົງ​ຢູ່​ປັກ​ກິ່ງ.ຝ່າຍແຜ່ນດິນ​ໃຫຍ່​ປະກາດນະ​ໂຍບາຍ​ແລະ​ມາດ​ຕະການ​ຫຼາຍ​ຂໍ້​ອຳນວຍ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ.

ນະ​ໂຍບາຍ​ແລະ​ມາດ​ຕະຫານ​ເຫຼົ່າ​ນີ້ມີດັ່ງ​ລຸ່ມ​ນີ້:​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງກະສິກຳ​ລະຫວ່າງສອງ​ຝັ່ງ,​ເຊັ່ນແຕ່​ວັນ​ທີ 1 ພຶດສະພາ​ເປັນຕົ້ນ​ໄປ,ຝ່າຍ​ແຜ່ນດິນ​ໃຫຍ່​ຈະ​ເພີ່ມ​ຊະນິດ​ໝາກ​ໄມ້​ໄຕ້​ຫວັນ​ທີ່​ອະນຸມັດ​ເຂົ້າຕະຫຼາດ​ແຜ່ນດິນ​ໃຫຍ່​ພາຍຫຼັງ​ໄດ້​ຜ່ານ​ການ​ກວດ​ຄຸນ​ນະພາ​ບ​ແລະ​ກວດ​ພະຍາດ​ແລ້ວນັ້ນຈາກ 18 ຊະນິດ​ຂຶ້ນ​ເປັນ 22 ຊະ​ນິດ,​ເປີດ​ໃຫ້​ຜັກ 11 ຊະ​ນິດ​ທີ່​ຜະລິດ​ຢູ່​ໄຕ້​ຫວັນ​ສົ່ງ​ຂາຍ​ຢູ່​ແຜ່ນດິນ​ໃຫຍ່,​ແລະ​ຍົກ​ເວັ້ນພາສີ.ນອກ​ນີ້,ຈະ​ຊຸກຍູ້​ການ​ແລກປ່ຽນ​ແລະ​ການ​ໄປມາຫາສູ່​ກັນລະຫວ່າງ​ປະຊາຊົນ​ສອງ​ຝັ່ງ​ຕື່ມອີກ,ສືບ​ຕໍ່​ຊຸກຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝັ່ງ​ໃນ​ຂົງ​ເຂດປີ່​ນປົວ​ສາທາລະນະ​ສຸກ​,​ຈະ​ປະກາດ"ວິທີ​ຄຸ້ມ​ຄອງ​​ປະຊາຊົນແຜ່ນດິນ​ໃຫຍ່​ໄປທ່ອງທ່ຽວຢູ່​ເຂດ​ໄຕ້​ຫວັນ"​ໃນ​ໄວໆ​ນີ້​ເປັນຕົ້ນ.

ນອກ​ນີ້,​ເວທີ​ປາ​ໄສ​ຄັ້ງນີ້​ຍັງ​ໄດ້ສະ​ເໜີ​ຂໍ້​ສະ​ເໜີ 6 ຂໍ້​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ແລະ​ລົງ​ເລິກການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ລະຫວ່າງ​ສອງ​ຝັ່ງ​,​ເນື້ອ​ໃນຕົ້ນຕໍ​ມີ​ດັ່ງ​ລຸ່ມ​ນີ້:ລົງ​ເລິກ​ແລະ​ເປີດ​ກວ້າງ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າ​ງສອງ​ຝັ່ງ​ຢ່າງຮອບດ້ານ,​ໃຫ້​ສອງ​ຝັ່ງ​ບັນລຸ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ;ຕັ້ງໜ້າ​ຊຸກຍູ້​ການ​ເດີນ​ອາກາດ​ແລະ​ການ​ເດີນ​ເຮືອ​ລະຫວ່າງ​ສອງ​ຝັ່ງ​ໂດຍ​ກົງ;​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝັ່ງໃນ​ດ້ານ​ການ​ບໍລິການ​ຄື​ການ​ທະນາຄານ​ເປັນຕົ້ນ.

ທ່ານ​ເຈຍ​ຊິ້ງຫຼິນ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ ປະທານ​ສະພາ​ປຶ​ກສາ​ການ​ເມືອ​ງປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ທ່ານ​ລຽນ​ຈ້າ​ນ ປະທານ​ກິ​ຕິ​ມະ​ສັກ​ພັກ​ກົກ​ມິ​ນຕັງ​ຈີນ​ໄດ້​ເຂົ້າຮ່ວມ​ພິທີ​ປິດ​ເວທີ​ປາ​ໄສ.