ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-16 18:28:31    
ແຜ່ນ​ດິນ​ໃຫຍ່​ຈີນ​ປະ​ກາດ"ວິ​ທີ​ຄຸ້ມ​ຄອງ​ປະ​ຊາ​ຊົນ​ແຜ່​ນດິນ​ໃຫຍ່​ໄປ​ທ່ອງ​ທ່ຽວ​ຢູ່​​ເຂດ​ໄຕ້​ຫວັນ"

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ​ເພື່ອ​ຊຸກຍູ້​ໃຫ້ປະຊາຊົນ​ແຜ່​ນດິນ​ໃຫຍ່​ໄປ​ທ່ອງ​ທ່ຽວ​ຢູ່​​ເຂດໄຕ້​ຫວັນບັນລຸ​ຜົນ​ເປັນ​ຈິງ​ໂດຍ​ໄວ,ວັນ​ທີ 16 ​ເມສາ,ພາກສ່ວນທີ່​ກ່ຽວຂ້ອງ​ຂອງ​ຈີນ​ໄດ້​ປະກາດ"ວິທີ​ຄຸ້ມ​ຄອງ​ປະຊາຊົນ​ແຜ່​ນດິນ​ໃຫຍ່​ໄປ​ທ່ອງ​ທ່ຽວ​ຢູ່​​ເຂດໄຕ້​ຫວັນ"​.

"ວິທີ​ຄຸ້ມ​ຄອງ"ດັ່ງກ່າວ​ລະບຸ​ໄວ້​ວ່າ,​ປະຊາຊົນ​ແຜ່​ນດິນ​ໃຫຍ່​ໄປ​ທ່ອງ​ທ່ຽວ​ຢູ່​​ໄຕ້​ຫວັນ,ຄວນ​​ໃຫ້​ສຳນັກງານ​ທ່ອງ​ທ່ຽວ​ຝ່າຍແຜ່ນດິນ​ໃຫຍ່​ທີ່​ພາກສ່ວນທີ່​ກ່ຽວຂ້ອງ​ຂອງ​ຝ່າຍແຜ່ນດິນ​ໃຫຍ່​ກຳນົດນັ້ນ​ເປັນ​ຜູ້​ຈັດຕັ້ງ,​ແລະ​ໄປ​ກັບ​ດ້ວຍ​ຮູບ​ການ​ເປັນ​ຄະນະທ່ອງ​ທ່ຽວ; ປະຊາຊົນ​ແຜ່​ນດິນ​ໃຫຍ່​ໄປ​ທ່ອງ​ທ່ຽວ​ຢູ່​​ໄຕ້​ຫວັນ ຈະ​ປະຕິບັດການ​ຄຸ້ມ​ຄອງ​​ດ້ວຍໂກ​ຕາ,ທັງຕ້ອງ​ມີ"ໜັງສື​​ເດີນທາງ​ສຳລັບ​ປະຊາຊົນ​ແຜ່ນດິນ​ໃຫຍ່​ໄປມາ​ເຂດ​ໄຕ້​ຫວັນ"​ແລະ​ຈ້ຳກາ​ທ່ອງ​ທ່ຽວທີ່​ມີຜົນສັກສິດ​ໄປ​ທ່ອງທ່ຽວ​ຢູ່​ໄຕ້​ຫວັນ."ວິທີ​ຄຸ້ມ​ຄອງ"ສະບັບ​ນີ້​ຈະ​ປະຕິບັດ​ເລີ່​ມ​ແຕ່​​ມື້ປະກາດ​ເປັນຕົ້ນ​ໄປ.

ປະຈຸ​ບັນ,ປະຊາຊົນ​ແຜ່​ນດິນ​ໃຫຍ່​ໄປ​ທ່ອງ​ທ່ຽວ​ຢູ່​​ໄຕ້​ຫວັນຍັງ​ຕ້ອງການ​ຝ່າຍ​ໄຕ້​ຫວັນ​ມອບ​ສິດ​ໃຫ້​ອົງການ​ຈັດຕັ້ງການທ່ອງ​ທ່ຽວ​ພາຍ​ໃນ​ເກາະ​ໄຕ້​ຫວັນ​ກັບ​ອົງການ​ທີ່ກ່ຽວຂ້ອງ​ຂອງ​ແຜ່ນດິນ​ໃຫຍ່​ຫາລືແລະ​ຈັດ​ວາງ,ຈຶ່ງ​ເປັນ​ໄປ​ໄດ້.