ຕາມຂ່າວcri:ວັນທີ21ເມສາ,ທ່ານພ່ານໂຢ້ ຮອງຫົວໜ້າກົມໃຫຍ່ອະນຸລັກສິ່ງແວດລ້ອມແຫ່ງຊາດຈີນກ່າວວ່າ,ຈີນຈະເຮັດໃຫ້ສາທາລະນະຊົນມີສ່ວນຮ່ວມຫຼາຍຂຶ້ນຕື່ມອີກໃນຂົງເຂດອະນຸລັກສິ່ງແວດລ້ອມ.
ໃນເວລາເຂົ້າຮ່ວມພິທີມອບ"ລາງວັນໜ່ວຍໂລກ"ປີ2006ທີ່ຈັດຂຶ້ນຢູ່ທີ່ປັກກິ່ງ,ທ່ານພ່ານໂຢ້ເວົ້າວ່າ,ລະດັບທີ່ສາທາລະນະຊົນເຂົ້າຮ່ວມການອະນຸລັກສິ່ງແວດລ້ອມໄດ້ສ່ອງແສງໃຫ້ເຫັນລະດັບການພັດທະນາແບບຍືນຍົງຂອງປະເທດໃດໜຶ່ງໂດຍກົງ.ຕໍ່ໄປພາຍໜ້າ,ກົມໃຫຍ່ອະນຸລັກສິ່ງແວດລ້ອມແຫ່ງຊາດຈີນຈະສ້າງລະບົບເປີດເຜີຍຂໍ້ມູນຂ່າວສານສິ່ງແວດລ້ອມລະບົບໜຶ່ງ,ເພື່ອຮັບປະກັນໃຫ້ສາທາລະນະຊົນເຂົ້າຮ່ວມວຽກງານອະນຸລັກສິ່ງແວດລ້ອມຢ່າງບັງເກີດຜົນ.ພ້ອມກັນນັ້ນ,ກໍ່ຈະຊຸກຍູ້ການເປີດເຜີຍຂໍ້ມູນຂ່າວສານສິ່ງແວດລ້ອມແລະການຕົກລົງນະໂຍບາຍສິ່ງແວດລ້ອມແບບປະຊາທິປະໄຕຕື່ມອີກ,ສົ່ງເສີມການຮ້ອງຟ້ອງເພື່ອສາທາລະນະປະໂຫຍດສິ່ງແວດລ້ອມ,ແລະຕັ້ງໜ້າເສີມຂະຫຍາຍບົດບາດຂອງສາທາລະນະຊົນແລະອົງການຈັດຕັ້ງອະນຸລັກສິ່ງແວດລ້ອມມະຫາຊົນ.
|