ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-25 17:05:35    
ຈີນ​ສົ່ງ​ເສີມ​ເອກະ​ຊົນ​ລົງທຶນ​ໃນອຸດສາຫະກຳ​ວິທະຍາສາດ​ເຕັກນິກ

cri


ຕາມ​ຂ່າວCRI: ​ເພື່ອ​ສົ່ງ​ເສີມ​​ເອກະ​ຊົນ​ລົງ​ທຶນ​ໃນອຸດ​ສະຫະ​ກຳວິທະຍາສາດ​ເຕັກນິກ, ຊຸກຍູ້​ການ​ລົງທຶນທີ່​ມີ​ຄວາມ​ສ່ຽງ​​ພັດທະນາ, ຈີນ​ກຽມ​ຈະປັບ​ປຸງ"ກົດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດຮ່ວມ​ໝູ່ຄູ່​". ຮ່າງ​ດັດ​ແກ້​ໄດ້​ຍື່ນ​ໃຫ້​ອົງການ​ນິຕິ​ບັນຍາ​ສຳ​ຫຼວດກວດກາ​ໃນ​ວັນ​ທີ 25 ​ເມສາ.

"ກົດໝາຍ​ວ່າ​ດ້ວຍວິ​ສາ​ຫະກິດຮ່ວມ​ໝູ່ຄູ່"ຂອງ​ຈີນ​ໄດ້​ເລີ່​ມປະຕິບັດ​ໃນ​ປີ 1997. ຕາມ​ການ​ແນະນຳ, ກົດໝາຍ​​ເມື່ອ​ປັບປຸງ​ດັ່ງກ່າວ​ນີ້ຈະ​ຍິງ​ມີ​ຜົນ​ດີ​ຕໍ່ຫຼາຍ​ກວ່າ​ເກົາເອກະ​ຊົນ​ລົງ​ທຶນ​​ເຂົ້າ​ໃນດ້ານ​ວິທະຍາສາດເຕັກນິກ, ກໍ່​ຈະ​ຊຸກຍູ້​ການ​ພັດທະນາ​ຂອງການ​ລົງທຶນ​ທີ່​ມີ​ຄວາມສ່ຽງ​​ຂອງ​ຈີນ.
ປັດຈະ​ບັນ, ຈີນ​ລວມມີ​ວິ​ສາ​ຫະກິດ​ຮ່ວມ​ໝູ່ຄູ່ປະ​ເພດ​ຕ່າງໆ​ປະມານ1​ແສນ2​ໝື່ນ​ແຫ່ງ, ວິ​ສາ​ຫະກິດ​ລົງທຶນ​ທີ່​ມີ​ຄວາມສ່ຽງ​ ​250​ກວ່າ​ແຫ່ງ.