|
![](/images/spacer.gif) |
(GMT+08:00)
2006-04-25 21:22:49
|
![](/images/shim.gif) |
ງານລ້ຽງຮັບຮອງສະຫຼອງວັນຈີນລາວສ້າງສາຍສຳພັນການທູດຄົບຮອບ 45 ປີຈັດຂຶ້ນຢູ່ທີ່ປັກກິ່ງ
cri
Author: min
ຕາມຂ່າວ CRI: ຕອນຄ່ຳວັນທີ 25 ເມສາ, ງານລ້ຽງຮັບຮອງສະຫຼອງວັນຈີນລາວສ້າງສາຍສຳພັນການທູດຄົບຮອບ 45 ປີໄດ້ຈັດຂຶ້ນຢູ່ປັກກິ່ງຢ່າງຄຶກຄື້ນ, ທ່ານນາງກູ້ຊິ້ວລຽນ ຮອງປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ, ທ່ານວາງຢຸ້ນເຊີ ຮອງປະທານສະມາຄົມມິດຕະພາບກັບຕ່າງປະເທດຂອງປະຊາຊົນຈີນ, ທ່ານວິຈິດ ຊິນດາວົງ ເອກອັກຄະລັດຖະທູດລາວປະຈຳຈີນ, ທ່ານພູທອງ ແສງອາຄົມ ຮອງປະທານສະມາຄົມມິດຕະພາບລາວຈີນ, ແລະບຸກຄົນວົງການຕ່າງໆຈີນລາວ 100 ກວ່າຄົນ ໄດ້ເຂົ້າຮ່ວມງານລ້ຽງຮັບຮອງມື້ນີ້.
ໃນງານລ້ຽງ, ທ່ານວາງຢຸ້ນເຊີຕາງໜ້າຝ່າຍຈີນກ່າວຄຳປາໄສ, ທ່ານເວົ້າວ່າ, ໃນ 45 ປີແຕ່ຈີນລາວສ້າງສາຍສຳພັນການທູດມານີ້, ພາຍໃຕ້ຄວາມເອົາໃຈໃສ່ຂອງຜູ້ນຳສອງປະເທດແລະຄວາມພະຍາຍາມຂອງບຸກຄົນວົງການຕ່າງໆຂອງສອງປະເທດ, ການພົວພັນສອງພັກແລະສອງລັດພວກເຮົາໄດ້ຂະຫຍາຍຕົວກາຍເປັນການພົວພັນໄມຕີຈິດຖານບ້ານໃກ້ເຮືອນຄຽງທີ່ເພິ່ງພາອາໄສກັນ, ສະໜັບສະໜູນກັນ, ແລະປະຕິບັດຕໍ່ກັນຢ່າງສະເໝີພາບ, ບໍ່ແຊກແຊງກັນ, ແລະຮ່ວມມືກັນດ້ວຍຄວາມຈິງໃຈ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳຂອງທິດທາງຂະຫຍາຍການພົວພັນຮ່ວມມືຮອບດ້ານທີ່ມີໄມຕີຈິດຖານບ້ານໃກ້ເຮືອນຄຽງແລະເຊື່ອຖືກັນຢ່າງໝັ້ນຄົງຍາວນານ, ການພົວພັນລະຫວ່າງຈີນກັບລາວຍ່ອມຈະຂະຫຍາຍໄປສູ່ລະດັບສູງກວ່າເກົ່າແນ່ນອນ.
ທ່ານວິຈິດ ຊິນດາວົງ ເອກອັກຄະລັດຖະທູດລາວປະຈຳຈີນໄດ້ກ່າວຄຳປາໄສວ່າ, ພຶດຕິກຳຢັ້ງຢືນວ່າ, ການຮ່ວມມືລະຫວ່າງສອງປະເທດບໍ່ພຽງແຕ່ໄດ້ນຳຜົນປະໂຫຍດແທ້ຈິງມາໃຫ້ສອງປະເທດແລະປະຊາຊົນສອງຊາດທໍ່ນັ້ນ, ຍັງນຳເອົາຜົນດີມາຍັງສັນຕິພາບແລະການພັດທະນາຂອງພາກພື້ນອີກດ້ວຍ. ປະຈຸບັນ, ການພົວພັນສອງປະເທດລາວຈີນພວມຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ, ຝ່າຍລາວສະແດງຄວາມຊົມເຊີຍທີ່ສຸດຕໍ່ຈີນທີ່ເຄົາລົບຄວາມເປັນເອກະລາດອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງລາວ, ຝ່າຍລາວກໍ່ກ່າວລື້ມນະໂຍບາຍຈີນດຽວ, ເດັດດ່ຽວຄັດຄ້ານກົນອຸບາຍໃດໆທີ່ມີຈຸດປະສົງເຮັດໃຫ້ເປັນສອງປະເທດຈີນ, ຄື ຈີນໜຶ່ງໄຕ້ຫວັນໜຶ່ງ. ນອກນີ້, ທ່ານເອກອັກຄະລັດຖະທູດລາວຍັງໄດ້ສະແດງຄວາມຂອບອົກຂອບໃຈນຳຈີນທີ່ໄດ້ໃຫ້ການຊ່ອຍເຫຼືອແກ່ລາວໃນເວລາຍາວນານມານີ້.
ເອກອັກຄະລັດຖະທູດບັນດາປະເທດອາຊຽນພ້ອມດ້ວຍພັນລະຍາກໍ່ໄດ້ເຂົ້າຮ່ວມງານລ້ຽງຮັບຮອງເທື່ອນີ້
|
|
|