ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-26 17:48:38    
ທາງ​ທົດ​ລອງ​​ແລ່ນ​ລົດ​ໄຟ​ລອຍ​ດ້ວຍ​ແຮງ​​ແມ່​ເຫຼັກ​ຂອງ​ຊຽງ​ໄຮ້​​ໄດ້​ຜ່ານ​ການ​ກວດ​ຮັບ​ຂອງ​ລັດ​ແລ້ວ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:​ໂຄງການທົດ​ລອງ​​ແລ່ນລົດ​ໄຟ​ລອຍດ້ວຍ​ແຮງ​ແມ່​ເຫຼັກ​ຂອງ​ຊຽງ​ໄຮ້​ຈີນເມື່ອ​ໄດ້​ທົດ​ລອງ​​ແລ່ນ​ບໍລິການ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ​ສອງ​ປີ​ແລ້ວ,ວັນ​ທີ 26 ​ເມສາ,​ໄດ້ຜ່ານ​ການກວດຮັບ​ຂອງ​ລັດ​ຢ່າງ​ເປັນ​ທາງ​ການ.

ຄະນະ​ກຳມະການ​ກວດຮັບ​ທີ່​ປະກອບ​ດ້ວຍຝ່າຍ​ທີ່​ກ່ຽວຂ້ອງ​ຕ່າງໆ​ເຊັ່ນ:​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ ກະຊວງ​ວິທະຍາສາດ​ເຕັກນິກ​ແລະ​ນະຄອນ​ຊຽງ​ໄຮ້​​ເຫັນ​ວ່າ,ການ​ກໍ່ສ້າງ​ສອດຄ່ອງ​ກັບ​ຂໍ້​ກຳນົດ​ແລະ​ຄວາມ​ຮຽກຮ້ອງ​ທີ່​ກ່ຽວຂ້ອງ​ຂອງ​ລັດ,ສະພາບໝູນ​ເດີນເປັນ​ປົກກະຕິ,​ເຫັນ​ດີ​ກວດຮັບ​ເອົາກິດຈະການດັ່ງກ່າວ.​​ເມື່ອ​ຜ່ານ​ການກວດຮັບແລ້ວ,ທາງ​ລົດ​ໄຟລອຍ​ດ້ວຍ​ແຮງ​​ແມ່ເຫຼັກ​ຊຽງ​ໄຮ້​ຈະ​​ແລ່ນ​ບໍລິການຢ່າງ​ເປັນ​ທາງ​ການ.

ທາງລົດ​ໄຟ​ລອຍດ້ວຍ​ແຮງ​​ແມ່ເຫຼັກ​ທີ່​ທົດ​ລອງ​ແລ່ນຂອງ​ຊຽງ​ໄຮ້​,​ແມ່ນທາງ​ຄົມມະນາຄົມລົດ​ໄຟ​ລອຍ​ດ້ວຍ​ແຮງ​​ແມ່ເຫຼັກ​ທີ່​ທຸລະ​ກິດ​ທາງ​ການ​ຄ້າ ສາຍ​ທຳ​ອິດ​ໃນ​ໂລກ,ຍາວ​ເກືອບ 30 ກິ​ໂລ​ແມັດ,ຄວາມ​ໄວ​ສູງ​ສຸດ​ໃນ​ການ​ອອກ​ແບບ​ແມ່ນ 430 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.