ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-27 19:04:07    
ນັກ​ປາດ​ຂອງ​ເຂດ​ໃນ ຮົງ​ກົງ​ແລະ​ມາ​ກາວ​ເຫັນ​ວ່າ,​ຄວນ​ຜັນ​ຂະ​ຫຍາຍ​ ​ກົດ​ໝາຍ​ພື້ນ​ຖານ​ຢ່າງ​ຖືກ​ຕ້ອງ ຊຸກ​ຍູ້​​ສັງ​ຄົມ​ຮົງ​ກົງ​ມາ​ກາວ​ໃຫ້​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ກັນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 27 ​ເມສາ ຢູ່​ປັກ​ກິ່ງ,ຜູ້​ຊ່ຽວຊານ​ແລະນັກປາດຂອງ​ເຂດ​ໃນ ຮົງ​ກົງ​ແລະ​ມາ​ກາວ​​ເວົ້າ​ວ່າ,ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ແລະສັງຄົມ​ກົມກຽວກັນ​ແມ່ນ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງຂວາງ​ທີ່​ສຸດຂອງ​ປວງ​ຊົນ​ຮົງ​ກົງ​ແລະ​ມາ​ກາວ.ສັງຄົມ​ຮົງ​ກົງ​ແລະ​ມາ​ກາວ​ຄວນ​ຜັນ​ຂະຫຍາຍ​ກົດໝາຍ​ພື້ນຖານ​ຢ່າງຖືກຕ້ອງ,ກຳ​ໂອກາດ​​ເລັ່ງລັດ​ພັດທະນາ,ປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ກັນສ້າງສາ​​ເສດຖະກິດ​ຂອງເຂດ​ພິ​ເສດ​ຮົງ​ກົງມາ​ກາວ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ ສັງຄົມ​ກົມກຽວ​ກັນ​ແລະ​ມີສະຖຽນ​ລະ​ພາບ. ​

​ໃນ​ງານ​ສຳ​ມະ​ນາຄົ້ນຄວ້າ​ທີ່ລະ​ລຶກການ​ປະກາດ​ກົດໝາຍ​ພື້ນຖານຮົງ​ກົງ​ຄົບ​ຮອບ 16 ປີ​ແລະ​ປະກາດ​ກົດໝາຍ​ພື້ນຖານ​ມາ​ກາວ​ຄົບຮອບ 13 ປີ,ທ່ານ​ສີຊົງ​ເຕິ ສາດສະດາຈານມະຫາວິທະຍາ​ໄລ​ປະ​ຊາ​ຊົນ​ຈີນ​ທີ່​ຮ່ວມ​ປະຊຸມ​ເວົ້າວ່າ,ກົດໝາຍ​ພື້ນຖານລະບຸ​ໄວ້​ວ່າ​ໃຫ້"ຊາວ​ຮົງ​ກົງ​ປົກຄອງ​ຮົງ​ກົງ","ຊາວ​ມາ​ກາວ​ປົກຄອງ​ມາ​ກາວ",ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງນັ້ນ,​​ໄດ້​ເຮັດ​ໃຫ້ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ແລະ​ມາ​ກາວ​ໄດ້​ຮັບ​ສິດ​ປະຊາ​ທິປະ​ໄຕທີ່​ເປັນ​ເຈົ້າຂອງບ້ານ​ເມືອງ​,ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​​ມາ​ກາວ​ບໍ່​ພຽງ​ແຕ່​ສາມາດ​ປົກຄອງ​ຮົງ​ກົງ​ແລະ​ມາ​ກາວທໍ່​ນັ້ນ,ຫາກ​ຍັງ​ສາມາດ​ປົກຄອງ​ປະ​ເທດອີກ​ດ້ວຍ,ນີ້​ແມ່ນ​ປະຊາທິປະ​ໄຕ​ທີ່​ໃຫຍ່​ທີ່​ສຸດ.

​ໃນ​ງານ​ສຳ​ມະ​ນາ ທ່ານ​ເຈິ່ງ​ເຕິ​ເສິງ ທີ່​ປຶກສາ​ໜ່ວຍງານ​ນະ​ໂຍບາຍ​ສູນ​ກາງຂອງ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ເວົ້າວ່າ,​ໃນຂະ​ບວນການວາງ​ກົດໝາຍ​ພື້ນຖານ​ໄດ້​ຮັບ​ຟັງ​ແລະ​ຮັບ​ເອົາຄວາ​ມ​ເຫັນ​ຕ່າງ​ກັນ​ຈາກ​ຫຼາຍ​ຝ່າຍ,​ໄດ້ສ່ອງ​ແສງ​ໃຫ້​ເຫັນ​ຈິດ​ໃຈ​ທີ່​ສະ​ແຫວ​ງສິ່ງ​ທີ່​ຄື​ກັນ ສະຫງວນ​ສິ່ງ​ທີ່​ຕ່າງ​ກັນ ​ໂອ​ບອ້ອມ​ອາລີ​ແລະ​ເຫັນ​ໃຈ​ກັນ.

​ໃນ​ງານ​ສຳ​ມະ​ນາ,ທ່ານ​ຮວງ​​ຈື່ລຽນ ສາດສະດາຈານມະຫາວິທະຍາ​ໄລ​ວິທະຍາສາດ​ເຕັກນິກ​ມາ​ກາວ​ຊີ້​ອອກ​ວ່າ,ກົດໝາຍ​ພື້ນຖານ​ໄດ້​ສະໜອງ​ຊ່ອງ​ຫວ່າງ​ອັນ​ກວ້າງຂວາງ​ກວ່າ​ເກົ່າ​ແກ່​​ໃຫ້ການ​ພັດທະນາ​ເສດຖະກິດ​ຂອງ​ຮົງ​ກົງ​ແລະ​ມາ​ກາວ.