ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-27 20:31:53    
ຝ່າຍ​ຈີນ​ມີ​ເຈດ​ຈຳ​ນົງ​ໃຫ້​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ຢ່າງ​ເໝາະ​ສົມ​ດ້ວຍ​ວິທີ​ເຈ​ລະ​ຈາ​ກັນ

cri Author: da
ຕາມ​ຂ່າວCRI:ວັນ​ທີ 27 ​ເມສາ ​ໃນ​ງານ​ຊຸ​ມນຸມນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ,ຝ່າຍ​ຈີນ​ເຫັນ​ວ່າ ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານດ້ວຍຮູບ​ການ​ເຈລະ​ຈາກັນທາງ​ການ​ທູດ,​ແມ່ນ​ການ​ຄັດ​ເລືອກ​ທີ່​ຖືກຕ້ອງ,ທັງ​ສອດຄ່ອງ​ກັບ​ຜົນ​ປະ​​ໂຫຍ​ດຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ.

ອີງ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ຖະ​ແຫຼ​ງການຂອງ​ປະທານ​ສະພາ​ມົນ​ຕີ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ,ວັນ​ທີ 28 ​ເມສາ ທ່ານ​ບາ​ລາດີ ຜູ້ອຳນວຍການ​ໃຫຍ່​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ​ຈະ​ຍື່ນ​ບົດ​ລາຍ​ງານສະບັບ​ໃໝ່​ກ່ຽວ​ກັບ​ບັນຫານິວ​ເຄຼຍອີຣານໃຫ້​ສະພາ​ມົນຕີຂອງ​ອົງການ​ດັ່ງກ່າວ​ແລະ​ສະພາມົນຕີ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ.​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງຂອງ​ນັກ​ຂ່າວ ທ່ານ​ຊິນ​ກ່າງ​ເວົ້າວ່າ,ຝ່າຍ​ຈີນ​ເຫັນ​ວ່າ ບັນຫາ​ນິວ​ເຄຼຍອີຣານ​ພວມ​ຢູ່​ໃນ​ໄລຍະ​ຫົວລ້ຽວຫົວ​ຕໍ່,ຝ່າຍ​ຈີນ​ເອົາ​ໃຈ​ໃສ່ຢ່າງ​​ໃກ້ຊິດ​ນຳ​ບົດ​ລາຍ​ງານ​ສະບັບ​ນີ້​,ຄອງ​ຄອຍ​ໃຫ້ບົດ​ລາຍ​ງານ​​ໄດ້​ຮັບ​ການປະ​ເມີນ​ຢ່າງ​ພາວະ​ວິ​ໄສ​ແລະ​ຮອບດ້ານກ່ຽວ​ກັບແຜນການ​ນິວ​ເຄຼຍຂອງ​ອີຣານ.ຝ່າຍ​ຈີນ​ເຫັນ​ວ່າ ຄວາມ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ ຊຶ່ງ​ລວມທັງ​ຄະນະ​ມົນ​ຕີ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດກ່ຽວ​ພັນ,ຄວນ​ຈະ​ຊ່ອຍ​​ໃຫ້​ອົງການ​ພະລັງງານ​ປະລະມານູ​ສາກົນ​ມີ​ທິດ​ທິພົນ​ແລະ​ບັງ​ເກີດ​ຜົນ​ຫຼາຍ​ກວ່າ​ເກົ່າ,ຄວນ​ຈະ​ຊ່ອຍ​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານຢ່າງ​ເໝາະ​ສົມ.