ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-28 20:32:37    
ຈີນ​ພິມ​ຈຳ​ໜ່າຍ"​ປຶ້ມທິດ​ຊີ້​ນຳ​ການ​ກ່າວ​ຟ້ອງ​ທາງ​ບໍ​ລິ​ຫານ​ກ່ຽວ​ກັບ​ລິຂະ​ສິດ​"​ເພື່ອ​ຊຸກ​ຍູ້​ການ​ປົກ​ປ້ອງ​ສິດ​ປະ​ພັນ

cri Author: da
ຕາມ​ຂ່າວCRI:ວັນ​ທີ 28 ​ເມສາ ກົມ​ລິຂະ​ສິດ​ແຫ່ງ​ຊາດ​ຈີນ​ໄດ້​ປະກາດ"​ປຶ້ມທິດຊີ້​ນຳ​ການ​ກ່າວ​ຟ້ອງ​ທາງ​ບໍລິຫານ​ກ່ຽວ​ກັບ​ລິຂະ​ສິດ"​​ສະບັບ​ພາສາ​ຈີນ​ແລະພາສາ​ອັງກິດຢ່າງ​ເປັນ​ທາງ​ການ,ຊີ້​ນຳ​ໃຫ້​ຜູ້​ມີ​ສິດ​​ປະພັນ​ແລະ​ຜູ້​ມີ​ສິດ​ກ່ຽວພັນກັບ​ລິຂະ​ສິດ​ ​ ​ເຮັດ​ແນວ​ໃດ​ກ່າວ​ຟ້ອງອົງການ​ບໍລິຫານ​ກ່ຽວ​ກັບການລ່ວງ​ສິດ.

"​ປຶ້ມ​ຊີ້​ນຳ"ສະບັບ​ນີ້​ຊີ້​ອອກ​ວ່າ,ຄົນ​ມີ​ສິດ​ເມື່ອ​ຖືກ​ລ່ວງ​ສິດ​ແລ້ວ,​ໃຫ້​ໄປກ່າວ​ຟ້ອງ​ຕໍ່​ຂະ​ແໜງ​ການ​ຄຸ້ມ​ຄອງ​ບໍລິຫານລິຂະ​ສິດຢູ່ບ່ອນກະທຳ​ການລ່ວງສິດ​ແລະ​ບ່ອນ​ເກີດ​ເຫດ​ການ​ລ່ວງສິດ,ການກ່າວ​ຟ້ອງ​ຄວນ​ສະ​ເໜີ​ອອກ​ພາຍ​ໃນ 2 ປີ​ແຕ່​ວັນ​ເກີດ​ການລ່ວງ​ສິດ,ຖ້າພາກສ່ວນ​ເອກະສານ​ກ່າວ​ຟ້ອງ​​ເປັນ​ລາຍ​ລັກ​ອັກສອນ​ຫາກແມ່ນ​ພາສາ​ຕ່າງປະ​ເທດ,ຄວນ​ມີ​ບົດ​​ແປ​ເປັນ​ພາສາ​ຈີນ​ແນບ​ໄປ​ພ້ອມ​.

​ເຈົ້າໜ້າ​ທີ່​ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​​ກ່າວ​ວ່າ,"​ປຶ້ມ​ຊີ້​ນຳ"​ໄດ້​ຊີ້​ບອກ​ຊ່ອງ​ທາງ​ປົກປ້ອງລິຂະ​ສິດ​​ຢູ່​ຈີນ​ໃຫ້​ບຸກຄົນ​ຜູ້ມີສິດ ​ໂດຍ​ສະ​ເພາະ​ແມ່ນ​ຄົນ​ຕ່າງປະ​ເທດ​ຜູ້​ມີ​ສິດ​,ສາມາດ​ປົກປ້ອງສິດ​ແລະ​ຜົນ​ປະ​ໂຫຍ​ດຂອງບຸກ​ຄົນ​ຜູ້ມີ​ສິດ​ດີກ​ວ່າ​ເກົ່າ.