ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-01 16:54:16    
ທິມ​ຈີນ​ຊີງ​​ໄດ້​ຊະນະ​ເລີດ​ໃນ​ການ​ແຂ່ງ​ຂັນ​​ປິ່ງ​ປ່ອງ​ໝູ່​ຄະນະ​ເພດ​ຍິງ​ຊີງ​ຊະ​ນະ​ເລີດ​ໂລກ

cri Author: da
ຕາມ​ຂ່າວCRI:​​ການ​​ແຂ່ງຂັນ​ປິ່ງ​ປ່ອງ​ໝູ່​ຄະນະ​ເພດ​ຍິງ​ຊີງຊະນະ​ເລີດ ໂລກຄັ້ງທີ 48 ​ໄດ້ສິ້ນ​ສຸດ​ລົງຢູ່​ເບຼ​ເມິ​ນຂອງ​ເຢຍລະ​ມັນໃນວັນ​ທີ 30 ​ເມສາ​ເວລາ​ທ້ອງ​ຖິ່ນ,ທິມ​ເພດ​ຍິງຈີນ​ໄດ້​​ເອົາ​ຊະນະ​ທິມຮົງ​ກົງ​ຈີນດ້ວຍ​ຄະ​ແນນ 3 ຕໍ່ 1,​​ແລ້ວຊີງໄດ້​ຊະນະ​​ເລີດໝູ່​ຄະນະ 7 ຄັ້ງລຽນຕິດ​.

ນາງ​ຈັ່ງ​ອີ​ນິງ ນາງ​ໂກ່​ເຢ້​ແລະ​ນາງ​ວັງ​ໜານ ນັກ​ກິລາ​ທິມຈີນ​​ໄດ້​ລົງ​ສະໜາມ,ນອກຈາກ​ນາງ​ໂກ່​ເຢ້​ເສຍ​ 1 ຄະ​ແນນ,ນາງ​ຈັ່ງ​ອີ​ນິງ​ແລະ​ນາງ​ວັງ​ໜານ​ຕ່າງ​ໄດ້ເອົາ​ຊະນະຄູ່​​ແຂ່ງຂັນຂອງ​ຕົນ.​ໃນ​ນັ້ນ ນາງຈັ່ງ​ອີ​ນິງ​ໄດ້​ສອງ​ຄະ​ແນນ.​ຫຼັງ​ຈາກ​​​ຊີງໄດ້​ຊະນະ​ເລີດ​ຄັ້ງນີ້​ແລ້ວ,ນາງ​ວັງ​ໜານ​ໄດ້​ເປັນ​ແຊມ​ປຽນ​ໂລກຄັ້ງ​ທີ 19 ​ແລ້ວ,ກາຍ​ເປັນ​ນັກ​ກິລາ​ປິ່ງ​ປ່ອງ​ຈີນ​ທີ່​​ເປັນ​​ແຊມ​ປຽນ​ໂລກ​ຫຼາຍ​ກວ່າ​ໝູ່.

ທິມ​ເພດ​ຊາຍ​ຈີນ​ໄດ້​ເອົາ​ຊະນະ​ທິມ​ເຢຍລະ​ມັນ​ດ້ວຍ​ຄະ​ແນນ 3 ຕໍ່ 1 ​ໃນ​ການ​ແຂ່ງຂັນໝູ່​ຄະນະ​ເພດ​ຊາຍ​ຮອບ 4 ທິມ​​ສຸດ​ທ້າຍ,​ເຂົ້າສູ່​ການ​ແຂ່ງຂັນ​ຮອບ​ສຸດ​ທ້າຍ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ພຶດສະພາ​ເວລາ​ທ້ອງ​ຖິ່ນ.