ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-02 19:41:57    
ຊຸມ​ວັດ​ຖຸ​ບູ​ຮານ​ກໍ່​ສ້າງ​ໃໝ່​ທີ່​​ໃຫຍ່​ກວ່າ​ໝູ່​ໃນ​ເຂດ​ອ່າງ​ຊ່ານ​ເຊຍ​ແມ່​ນ້ຳຢ​າງ​ເຊ​ຈີນ​ເລີ່ມ​ຮັບ​ຕ້ອນ​ແຂກ​ທ່ອງ​ທ່ຽວ

cri Author: da
ຕາມ​ຂ່າ​ວສານ​ຊິນ​ຮວາ:​ ຫວ່າງ​ມໍ່ໆ​ນີ້ ​ໂຄງການຍ້າຍ​ແລະກໍ່ສ້າງວັດຖຸບູຮານ​ຮ່ອມ​ຊ່ານ​ເຊຍ​ພູ​ຫົງ​​ເມືອງ​ຈືກຸ່ຍ ​ເຊິ່ງ​ເປັນ​ສະຖານ​ທີ່​ອະນຸລັກ​ກໍ່ສ້າງ​ວັດຖຸບູຮານ​ເທິງ​ໜ້າດິນຄືນ​ໃໝ່ທີ່​ໃຫຍ່​ກວ່າ​ໝູ່​ຢູ່​ເຂດ​ອ່າງຊ່ານ​ເຊຍ​ແມ່ນ້ຳຢາງ​ເຊ​ຈີນ​ນັ້ນ​ໄດ້​ສ້າງ​ສຳ​ເລັດ​ໝົດ​ແລ້ວ,​​​ແລະເລີ່​ມຮັບ​ຕ້ອນ​ແຂກ​ທ່ອງ​ທ່ຽວ.

​ໂຄງການ​ຮ່ອມ​ຊ່ານ​ເຊຍ​ແມ່ນ້ຳຢາງ​ເຊ​ທີ່​ກຳລັງ​ກໍ່ສ້າງຢູ່ນັ້ນ,ມີ​ພາລະ​ບົດບາດ​ໃນ​ດ້ານ​ປ້ອງ​ກັນນ້ຳນອງ ຜະລິດ​ໄຟຟ້າ​ແລະ​ການ​ເດີນ​ເຮືອ​ເປັນຕົ້ນ,​ແມ່ນ​​ໂຄງການຊຸມທາງ​ຊົນລະປະທານ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ.​ໂຄງການ​ດັ່ງກ່າວ​ຈະສ້າງສຳ​ເລັດ​ໃນ​ປີ 2009.ກ່ອນ​ເຂື່ອນຮ່ອມ​ຊ່ານ​ເຊຍ​ຂັງ​ນ້ຳ​ເມື່ອປີ 2003,​ເພື່ອ​ອະນຸລັກ​ສິ່ງ​ກໍ່ສ້າງ​ບູຮານຢູ່​ໃຕ້​ເສັ້ນຖ້ວນ​ເຂດ​ອ່າງ​ນ້ຳ,ຂະ​ແໜງການ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ໄດ້ສ້າງສະຖານ​ທີ່​ອະນຸລັກ​ກໍ່ສ້າງ​ວັດ​ຖະບູຮານ​ເທິງ​ໜ້າດິນຄືນ​ໃໝ່​ຢູ່​ພູ​ຫົງ​ເມືອງຈຶກຸ່ຍ​ທີ່​ຫ່າງ​ຈາກຍ່ານ​ເໜືອ​​ເຂື່ອນຮ່ອມ​ຊ່ານ​ເຊຍ 1 ກິ​ໂລ​ແມັດ,ຍ້າຍ​ສິ່ງ​ກໍ່ສ້າງ​ສະ​ໄໝ​ບູຣານ 20 ກວ່າ​ແຫ່ງ​ຢູ່​ໃນ​ເຂດ​ອ່າງ​ນ້ຳ​ໄປ​ຕັ້ງຢູ່​ພູ​ຫົງຕາມ​ຫຼັກການ​ບໍ່​ປ່ຽນ​ແປງ​ຮູບຊົງ​ເດີມ​ຂອງ​ສິ່ງ​ກໍ່ສ້າງ.