ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-03 17:21:52    
ແຂວງ​ກຸ້ຍ​ໂຈ່​ວ"ອະນາ​ຈັກ​ຊີວະ​ຊາດ​ບູ​ຮານ​"ຈະ​ຮ້ອງ​ຂໍ​ເປັນ​ສວນ​ທໍລະນີ​ໂລກ​ສະ​ໄໝ​ທໍ​ລະ​ນີ 3 ຊັ້ນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ແຂວງ​ກຸ້ຍ​ໂຈ່​ວຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ແຂວງ​ນີ້​ຕັ້ງໜ້າ​ກະກຽມຮ້ອງ​ຂໍ​ເປັນ​ສວນ​ທໍລະນີ​ໂລກສະ​ໄໝ​ທໍ​ລະ​ນີ 3 ຊັ້ນນຳ​ອົງການ​ຢູ​ເນັສ​ໂກ.

​ແຂວງ​ກຸ້ຍ​ໂຈ່​ວ​ແມ່ນ"ອະນາ​ຈັກ​ຊີວະ​ຊາດບູຮານ"ທີ່​ຮັບ​ຮູ້​​ໂດຍທົ່ວ​​ໄປ​​ໃນ​ວົງ​ການ​ທໍ​ລະ​ນີສາກົນ,​ຢູ່​ແຫ່ງ​ນີ້​ມີ​ຊາກຊີວະ​ຊາດ​ບູຮານ​ທີ່​ກາຍ​ເປັນ​ຫີນ.​ໂດຍ​ສະ​ເພາະ​ແມ່ນຊັ້ນດິນ 3 ຊັ້ນປະຈັກຕາ​ຄົນ​ທີ່​ສຸດ.

​ເຫດການສະ​ໄໝ​ທໍ​ລະ​ນີ 3 ຊັ້ນແມ່ນ​ເຫດການຊີວະ​ຊາດ​ໜ່ວຍ​ໂລກ​ຖືກ​ດັບ​ສູນ ​ເຊິ່ງຫ່າງ​ຈາກ​ປະ​ຈຸ​ບັນປະມານ 250 ລ້ານ​ປີ,​ໃນ​ເຫດການ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ຊີວະຊາດ​ພື້ນ​ທະ​ເລຫຼາຍ​ກວ່າ 97% ຖືກດັບ​ສູນ​ໃນ​ບາດ​ດຽວ,​ເຫຼືອ​ໄວ້​ແຕ່​ຊີວະຊາດ​ຂັ້ນຕ່ຳ​ສ່ວນ​ໜຶ່ງ.ຈາກ​ນັ້ນມາ,ຊີວະ​ຊາດເຫຼົ່າ​ນີ້​ຜ່ານ​ເວລາ 4 ລ້ານ​ປີ​ຈຶ່ງ​ຄ່ອຍໆຜັນປ່ຽນ​ເປັນ​ຊີວະຊາດ​ຂັ້ນສູງ.​​​ໃນເວລາ​ດົນ​ນານ​ມາ​ນີ້,ນັກ​ທໍລະນີ​ສາດ​ຊອກ​ຫາ​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ເຫ​ດການ​ດັບ​ສູນ​ຊີວະຊາດ​ເທື່ອນີ້.ສ່ວນ​ຮ່ອງຮອຍ​ທໍລະ​ນີທີ່​ອຸດົມສົມບູນ​ຢູ່​ແຂວງ​ກຸ້ຍ​ໂຈ່​ວ,​ເຮັດ​ໃຫ້​ແຫ່ງ​ນີ້​ກາຍ​ເປັນ​ແດນ​ສັກສິດ​ທີ່​ນັກ​ທໍ​ລະ​ນີສາດ​ທົ່ວ​ໂລກ​ຄົ້ນຄວ້າສະ​ໄໝ​ທໍ​ລະ​ນີ 3 ຊັ້ນ.