
ຕາມຂ່າວສານຊິນຮວາ:ວັນທີ8ພຶດສະພາ,ທ່ານນາງເຊີນເຈີ້ລີ້ ທີ່ປຶກສາແຫ່ງລັດຈີນກ່າວວ່າ, ອົງການປົກຄອງທຸກຂັ້ນແລະພາກສ່ວນທີ່ກ່ຽວຂ້ອງຈະໃຊ້ມາດຕະການຢ່າງແຂງແຮງ ອະນຸລັກມໍລະດົກວັດທະນະທຳອັນລ້ຳຄ່າຂອງຈີນໃຫ້ດີຢ່າງແທ້ຈິງ.

ໃນກອງປະຊຸມທີ່ກ່ຽວຂ້ອງກັບການອະນຸລັກມໍລະດົກວັດທະນະທຳທີ່ຈັດຂຶ້ນຢູ່ທີ່ປັກກິ່ງ,ທ່ານນາງເຊີນເຈີ້ລີ້ຮຽກຮ້ອງໃຫ້ພາກສ່ວນຕ່າງໆທີ່ກ່ຽວຂ້ອງຈົ່ງຕັ້ງໃຈເຮັດວຽກງານສຳຫຼວດແລະວາງແຜນອະນຸລັກມໍລະດົກວັດທະນະທຳໃຫ້ດີ,ເພິ່ມທະວີການກວດກາຄຸ້ມຄອງຕໍ່ຕະຫຼາດວັດຖຸບູຮານ,ເພິ່ມທະວີການອະນຸລັກແລະການກອບກູ້ມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸ,ເພິ່ມທະວີປະຕິບັດກົດໝາຍທີ່ອະນຸລັກມໍລະດົກວັດທະນະທຳ.
ວັນທີ10ມິຖຸນາປີນີ້ແມ່ນ"ວັນມໍລະດົກວັດທະນະທຳ"ເທື່ອທຳອິດຂອງຈີນ,ລັດຖະບານຈີນຫວັງຢາກຖືໂອກາດນີ້ເພິ່ມທະວີສະຕິອະນຸລັກມໍລະດົກວັດທະນະທຳຂອງມວນຊົນ.
|