|
 |
(GMT+08:00)
2006-05-12 14:57:52
|
 |
ງານເອັກສໂປວັດທະນະທຳອິນເທີແນັດສາກົນຈີນຄັ້ງທີສີ່ຈະຈັດຂຶ້ນຢູ່ປັກກິ່ງ
cri
Author: sayvanny
ຕາມຂ່າວຈາກຫນັງສືພິມເຢີນມີນຢື້ປາວຂອງຈີນ:ງານເອັກສໂປວັດທະ ນະທຳອິນເທີແນັດສາກົນຈີນຄັ້ງທີສີ່ຈະຈັດຂຶ້ນຢູ່ປັກກິ່ງໃນເດືອນຕຸລາປີນີ້.
ຕາມແນະນຳວ່າ, ງານເອັກສໂປຄັ້ງນີ້ໄດ້ສະເຫນີທັດສະນະຄະຕິກ່ຽວກັບປີວັດທະນະທຳອິນເທີແນັດທີ່ປອດໃສຂອງຈີນເປັນຄັ້ງທຳອິດ,ອັນໄດ້ສ່ອງແສງໃຫ້ເຫັນທິດທາງນະໂຍບາຍຂອງພາກສ່ວນລັດຖະບານຈີນທີ່ສົ່ງເສີມໃຫ້ຊ່ອງຫວ່າງອິນເທີແນັດປອດໃສ,ເຜີຍແຜ່ວິທະຍາສາດເຕັກນິກ ແລະວັດ ທະນະທຳທີ່ກ້າວຫນ້າດ້ວຍອິນເທີແນັດ,ຈໍ່ຕົວຂຶ້ນເປັນວັດທະນະທຳອິນເທີແນັດແລະຄຸນສົມບັດອິນເທີແນັດທີ່ຕັ້ງຫນ້າແລະປອດໃສ.
ງານເອັກສໂປວັດທະນະທຳອິນເທີແນັດຄັ້ງນີ້ຈະຖືຜົນສະທ້ອນແລະການປ່ຽນແປງຂອງວັດທະນະທຳອິນເທີແນັດທີ່ມີຕໍ່ຊີວິດການເປັນຢູ່ຂອງປະ ຊາຊົນເປັນສຳຄັນ,ແລ້ວເສີມຂະຫຍາຍບົດບາດສຳຄັນໃນດ້ານຊຸກຍູ້ວັດທະ ນະທຳອິນເທີແນັດພັດທະນາຢ່າງປອດໃສແລະໄປໃນແງ່ດີ ຊັກນຳວິສາຫະ ກິດເສີມຂະຫຍາຍບົດບາດທີ່ດີໃນຂະແຫນງການ,ຊຸກຍູ້ການປະຕິຮູບເຕັກນິກແລະຊຸກຍູ້ການພັດທະນານະວະກຳຂອງຂະແຫນງການ.
|
|
|